ໃນລະຫວ່າງກາງເດືອນຕຸລາ 2017 ນີ້, ຄະນະຜູ້ແທນ ສປ ຈີນ ນຳໂດຍ ທ່ານ ຫຼິວ ເຈີ້ນຫົວ ລັດຖະມົນຕີກະຊວງ ສະຖິຕິຂອງຈີນ, ແລະ ທ່ານ ຊ່າງ ເຫວີຍເຊົາ ຮອງລັດຖະມົນຕີການລົງທືນຂອງຈີນ ພ້ອມດ້ວຍບໍລິສັດນັກທຸລະກິດ ຈໍານວນຫນຶ່ງ ໄດ້ລົງມາຢ້ຽມຢາມສຳຫຼວດສຶກສາຄວາມເປັນໄປໄດ້ ໃນການລົງທືນຢູ່ແຂວງບໍລິຄຳໄຊ ພາຍຫຼັງຄະນະດັ່ງກ່າວ ໄດ້ເດີນທາງມາງຮອດແຂວງບໍລິຄຳໄຊ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ໂອກາດນີ້ຕ່າງໜ້າໃຫ້ນະຜູ້ແທນຂອງ ສປ ຈີນ ໄດ້ລາຍງານ ການມາຢ້ຽມຢາມຄັ້ງນີ້ ຕໍ່ທ່ານເຈົ້າແຂວງຊາບວ່າ ແມ່ນເພື່ອມາສຳຫຼວດສຶກສາຄວາມເປັນໄປໄດ້ ໃນການລົງທືນພັດທະນາຢູ່ ສປປ ລາວ, ເວົ້າລວມໂດຍສະເພາະ ແມ່ນຢູ່ແຂວງບໍລິຄຳໄຊ ໃນໂອກາດດຽວກັນການນຳຂອງແຂວງ ຍັງໃນຈັດພິທີບາສີສູ້ຂວັນ ໃຫ້ຄະນະຜູ້ແທນ ສປ ຈີນ ຕາມຮິດຄອງປະເພນີອັນດີງາມຂອງຊາດລາວເຮົາ ຈາກນັ້ນ, ໃນຕອນເຊົ້າມື້ຕໍ່ມາ ຄະນະຜູ້ແທນດັ່ງກ່າວ ກໍ່ໄດ້ເດີນທາງໄປສຳຫຼວດຢູ່ເມືອງຄຳເກີດ ນຳພາໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານເສດຖະກິດ-ສັງຄົມຂອງແຂວງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ວັນວິໄລ ແດນພູຫຼວງ ເຈົ້າເມືອງຄຳເກີດ ໂອກາດນີ້, ໄດ້ໄປເບິ່ງບ້ານວັດທະນະທຳ 9 ແຂວງ 3 ປະເທດ ເພື່ອຈະມາລົງທືນພັດທະນາ ເປັນສະຖານທີ່ທ່ອງທ່ຽວ, ໄປເບິ່ງສະຖານທີ່ ຈະພັດທະນາກໍ່ສ້າງໂຮງແຮມ ລະດັບ 5 ດາວ ຢູ່ຕີນພູຜານາງຮອງ, ໄປເບິ່ງໂຄງການສ້າງສະນາມບີນ,ໄປເບິ່ງສະຖານທີ່ທ່ອງທ່ຽວປອດພາສີ ດ່ານນ້ຳພາວ ແລະ ສະຖານທີ່ພັດທະນາເຂດເສດຖະກິດນ້ຳຫງາງ. ໃນການມາສຳຫຼວດສືກສາຄວາມເປັນໄປໄດ້ທີ່ຈະມາລົງທືນຢູ່ແຂວງບໍລິຄຳໄຊ ຄັ້ງນີ້ ແມ່ນເປັນຄັ້ງທີ ສອງ ເຊີ່ງຄັ້ງທຳອິດໂດຍແມ່ນ ທ່ານ ຢັງກັນຊື ເຊິ່ງເປັນຕົວແທນໃຫ້ ລັດຖະບານ ສປ ຈີນ ຜ່ານການສຳຫຼວດໃນຄັ້ງນັ້ນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ກ່ຽວກັບການຮ່ວມມື ທາງດ້ານການຄ້າອີເລກໂທນິກ ບວກກັບການທ່ອງທ່ຽວທາງວັດທະນະທຳ ຕາມແນວທາງພັດທະນາໂຄງລ່າງເສດຖະກິດ ແຂວງບໍລິຄຳໄຊ ກັບ ສປ ຈີນ.
Editor: ກຳປານາດ ລັດຖະເຮົ້າ