ເນື່ອງໃນໂອກາດ ທີ່ຄະນະສະມາຄົມມິດຕະພາບຣັດເຊຍ-ລາວ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໃນທິດທີ່ຜ່ານມາ ໃນໂອກາດດັ່ງກ່າວ ທາງຄະນະສະມາຄົມມິດຕະພາບຣັດເຊຍ-ລາວ ໄດ້ຮັບກຽດເປັນຕົວແທນຂອງອົງການ UNESCO ໄດ້ມອບຫຼຽນ FABEGE ເຊີ່ງເປັນຫລຽນຂອງ UNESCO (ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ) ມອບໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຮ່ວມມື ແລະ ການສົ່ງເສີມດ້ານວັດທະນາທໍາ, ເຊີ່ງຫຼຽນດັ່ງກ່າວ ປີ 1 ແມ່ນຈະມອບໃຫ້ພຽງແຕ່ 3 ບຸກຄົນ ເທົ່ານັ້ນ.
ໃຫ້ກຽດຂື້ນຮັບຫຼຽນ ດັ່ງກ່າວໂດຍ ທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ - ເຈົ້າຄອງນະຄອນຫຼວງວຽງຈັນ ຕາງໜ້າຂື້ນມອບຫຼຽນ ໂດຍ ທ່ານ ສາດສະດາຈານ ປະລິນຍາເອກ ອີກໍ ປານຟີລົບ ຮັກສາການປະທານສະມາຄົມມິດຕະພາບຣັດເຊຍ-ລາວ, ທັງເປັນສະມາຊິກຂອງອົງການສົ່ງເສີມວັດທະນະທຳສາກົນ ຂອງອົງການ UNESCO.
Editor: ກຳປານາດ ລັດຖະເຮົ້າ