ວັັນທີ 12 ຕຸລາ 2017 ນີ້. ຢູ່ທີ່ວັດບ້ານພັດທະນາຊອນພາກ ກຸ່ມ 3 ເມືອງຊະນະສົມບູນ ແຂວງຈຳປາສັກ. ຄະນະພັກຮາກຖານ,ອຳນາດການປົກຄອງບ້ານພັດທະນາຊອນພາກ ເປີດກອງປະຊຸມ ເພື່ອປັບປຸງກົງຈັກບໍລິຫານລັດເລືອກຕັ້ງນາຍບ້ານຊຸດໃໝ່ ກອນດຳເນີນເປີດກອງປະຊຸມ ພຣະອາຈານໃຫ່ຍ ຄຳພັກ ພົມມະໄຊ ປະທານອົງການພຣະພຸດທະສາດສະໜາສຳພັນລາວເມືອງ ກໍ່ໄດ້ມອບນ້ຳດືມຈຳນວນ 10 ແກັດ ແລະ ກະເຟຈຳນວນ 2 ຖົງ ມູນຄ່າ 400.000 ກີບ ເພື່ອໃຫ້ການອຸປະຖຳໃນກອງປະຊຸມຄັ້ງນີ້.
ກອງປະຊຸມ ດັ່ງກ່າວ ພາຍໃຕ້ການເປັນປະທານໃຫ້ກຽດເຂົ້າຮ່ວມ ແລະ ມີຄຳຫັນໂອ້ລົມ ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແລຂາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ. ພ້ອມດ້ວຍ ທ່ານ ພັນໂທ ວິຊຽນ ດວງຄໍາ ກໍາມະກນພັກເມືອງ ເລຂາຄະນະພັກຮາກຖານຊີ້ນຳກຸ່ມ 3, ທ່ານ ບົວທອງ ບຸນຍະສິດ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ, ມີເລຂາໜ່ວຍພັກບ້ານ ຕະຫຼອດຮອດອົງການຈັດຕັ້ງຂັ້ນບ້ານ ພໍ່ແມ່ປະຊາຊົນຊາວບ້ານຊອນພາກ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນກອງປະຊຸມ ທ່ານ ອິນແປງ ກຽດປັນຍາ ເລຂາໜ່ວຍພັກບ້ານ ນາຍບ້ານພັດທະນາຊອນພາກ ໃຫ້ກຽດຂື້ນຜ່ານບົດສະຫຼຸບສັງເກດຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ປີຜ່ານມາ ໄດ້ຖືເອົາວຽກງານການໂຄສະນາສຶກສາອົບຮົມທາງດ້ານການເມືອງແນວຄິດເປັນບັນຫາກົກແນ່ໃສເຮັດໃຫ້ອົງການຈັດຕັ້ງແຕ່ລະຂັ້ນພ້ອມດ້ວຍພໍ່ແມ່ປະຊາຊົນຄົນພາຍໃນບ້ານ ທັງໝົດ 2.373 ຄົນ ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດວາງອອກຢ່າງໜັກແໜ້ນ,ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນໃຫ້ເປັນປຶກແຜ່ນ. ສົ່ງເສີມອະນຸລັກຮັກສາ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ - ຂອງທ້ອງຖີ່ນໄວ້ຢ່າງໝັ້ນຄົງ, ສະກັດກັ້ນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດເຮັດໃຫ້ສັງຄົມເປັນລະບຽບຮຽບຮ້ອຍ. ໂດຍຕິດພັນກັບວຽກງານການຊຸກຍູ້ພໍ່ແມ່ປະຊາຊົນສຸມໃສ່ການຜະລິດໃຫ້ກາຍເປັນສີນຄ້າເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດ ເພື່ອເປັນການສ້າງອາຊີບ, ສ້າງລາຍຮັບໃຫ້ກັບຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົ້ນເອງ ທັງໝົດນັ້ນກໍ່ຍ້ອນໄດ້ຮັບການຊີ້ນຳ - ນໍາພາ ຢ່າງໃກ້ຊິດຕິດແທ້ຈາກຂັ້ນເທີງ ບວກກັບຄວາມເປັນເຈົ້າການຂອງອຳນາດການປົກຄອງ ພໍ່ແມ່ປະຊາຊົນບ້ານພັດທະນາຊອນພາກ ຕະຫຼອດໄລຍະ 3 ປີຜ່ານມາຈຶ່ງສາມາດຍາດໄດ້ໄຊສະນະຮັກສານາມມະຍຸດບ້ານພັດທະນາຂອງຕົນໄດ້ 5 ປີຊ້ອນ.
ໃນຕອນທ້າຍພໍ່ແມ່ປະຊາຊົນ ທີ່ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະນາຍບ້ານຊຸດໃໝ່ ເຊີ່ງຜູ້ສະໝັກເລືອກທັງໝົດ 7 ທ່ານ,ເລືອກເອົາ 5 ທ່ານ, ຜົນການລົງຄະແນນສຽງໄດ້ເອກະພາບເອົາ ທ່ານ ຄຳໄພ ແກ້ວຄູນມະນີ ເປັນນາຍບ້ານ, ສ່ວນທ່ານ ອິນແປງ ກຽດປັນຍາ, ທ່ານ ພູວົງ ສຸພາວົງ, ທ່ານ ຄໍາຫຼອຍ ດວງປັນຍາ ແລະ ທ່ານ ສົມຫວັງ ພີມມະສອນ ເປັນຮອງຊຸດໃຫມ່.
ຂອບໃຈ ທີມຂ່າວ ເມືອງຊະນະສົມບູນ, ແຂວງຈຳປາສັກ
ທີ່ສົ່ງຂ່າວໃຫ້ທີມງານລາຍການສະບາຍດີເມືອງລາວ
Editor: ກຳປານາດ ລັດຖະເຮົ້າ