ພິທີປະກາດບ້ານໂນນສົມບຸນ ແລະ ບ້ານນາໂອ ເມືອງບໍລິຄັນ, ແຂວງບໍລິຄຳໄຊ ເປັນບ້ານພັດທະນາຮອບດ້ານ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ທີ່ສະໂມສອນບ້ານໂນນສົມບຸນ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສອນ ຄຸນໄຊລິດາ ຮອງເລຂາພັກເມືອງ ຮອງເຈົ້າເມືອງບໍລິຄັນ, ມີແຂກຖຶກເຊີນມາຈາກຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮ່ວມ ໃນພິທີ ທ່ານນາງ ບຸນເນົາ ສີບຸນເຮືອງ ເລຂາພັກບ້ານ ນາຍບ້ານນາໂອ ຕາງໜ້າໃຫ້ສອງບ້ານ ໄດ້ລາຍງານຕໍ່ພິທີຄັ້ງນີ້ ວ່າ: ທັງສອງບ້ານແມ່ນນອນຢູ່ໃນເທດສະບານເມືອງບໍລິຄັນ ປະກອບມີ 408 ຄອບຄົວ, ມີພົນລະເມືອງ 2 ພັນກວ່າຄົນ, ຍິງ 1 ພັນກວ່າຄົນ, ປະກອບມີສາມເຜົ່າຄື: ເຜົ່າລາວໄຕ, ເຜົ່າກື່ມມຸ ແລະ ເຜົ່າມົ້ງ ຢູ່ຮ່ວມກັນດ້ວຍຄວາມປອງດອງສາມັກຄີຢ່າງແໜ້ນແຟ້ນ ທັງສອງບ້ານມີຄວາມສະຫງົບສຸກ ປະຊາຊົນພາຍໃນບ້ານຢຶດຖືອາຊີບເຮັດນາ, ປຸກພຶດອຸດສາຫະກຳ, ລ້ຽງສັດ ແລະ ຄ້າຂາຍບໍລິການເປັນສຳຮອງ, ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພື້ນຖານໂຄງລ່າງຂອງບ້ານໄດ້ຮັບການປັບປຸງ ເຊິ່ງສະແດງອອກຄື ມີໄຟຟ້າຊົມໃຊ້, ເສັ້ນທາງ, ຕະຫຼາດ,ໂຮງຮຽນ, ຫ້ອງການບ້ານ ແລະ ລະບົບສື່ສານໂທລະຄົມ, ລາຍຮັບລວມທັງສອງບ້ານ 16 ຕື້ກວ່າກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໄດ້ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ, ອິງໃສ່ນິຕິກຳວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາຮອບດ້ານ ໂດຍສະເພາະແມ່ນມະຕິເລກທີ 03/ກມສພ, ຄຳສັ່ງເລກທີ 34/ນຍ, ແຜນພັດທະນາເສດຖະກິດສັງຄົມຂອງແຂວງ, ຂອງເມືອງ ແລະ ການພັດທະນາເສດຖະກິດສັງຄົມ ຂອງສອງບ້ານສາມາດຕີລາຄາໄດ້ຜົນສຳເລັດ ຂອງການຈັດຕັ້ງປະຕິບັດວຽກງານ ສ້າງບ້ານເປັນຫົວໜ່ວຍພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ.
ໃນພິທີດັ່ງກ່າວ ເປັນກຽດມອບໃບຢັ້ງຢືນບ້ານພັດທະນາຮອບດ້ານ ໃຫ້ສອງບ້ານຄັ້ງນີ້ ໂດຍ ທ່ານ ບຸນສອນ ຄຸນໄຊລິດາ ຮອງເຈົ້າເມືອງບໍລິຄັນ ຂື້ນຮັບໂດຍນາຍບ້ານທັງສອງບ້ານ ຫລັງຈາກນັ້ນ ໄດ້ມີການຕັດແຖບຜ່າ ເປີດປ້າຍ, ລັ່ນຄອງ ແລະ ປ່ອຍນົກ ເພື່ອຢັ້ງຢືນເຖິ່ງຜົນສຳເລັດ ອີກກ້າວໜຶ່ງ ຂອງເປົ້າໝາຍ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດນາ.
Editor: ກຳປານາດ ລັດຖະເຮົ້າ