ເມື່ອບໍ່ດົນ ຜ່ານມານີ້, ຢູ່ທີ່ຫ້ອງວ່າການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ທ່ານ ຄໍາຜອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆວັງວຽງ. ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຫຽງນ ດຶກ ຫວຽດ ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຮາຍເຢືອງ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງວັງວຽງ ແຂວງວຽງຈັນ.
ໃນໂອກາດນີ້, ທ່ານເຈົ້າເມືອງໆວັງວຽງ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາເຮັດວຽກຢູ່ເມືອງວັງວຽງ, ແຂວງວຽງຈັນ ຂອງ ທ່ານ ຫຽງນ ດຶກຫວຽດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພົວພັນມິດຕະພາບ ບົນພື້ນຖານຄວາມຮັກ ຄວາມສາມັກຄີຮັກແພງ ລະຫວ່າງ ສອງຝ່າຍ ທີ່ຈະນຳເອົາຜົນປະໂຫຍດອັນຊອບທຳມາສູ່ປະຊາຊົນ, ໃນໂອກາດດຽວກັນ ທ່ານເຈົ້າເມືອງໆວັງວຽງ ກໍ່ໄດ້ລາຍງານຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ທ່າແຮງໃນການພັດທະນາຂອງເມືອງ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ມີສາຍນໍ້າຊອງ, ມີປ່າໄມ້ທີ່ສວຍສົດງົດງາມ, ມີແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ ຫຼາຍແຫ່ງທີ່ສວຍງາມ, ເປັນຕົ້ນແມ່ນເມືອງວັງວຽງ ມີ ບານລູນ, ລ່ອງເຮືອກາຍັກ-ກົງເບັງ, ຊິບລາຍ, ຂີ້ເຮືອຈັກຫາງຍາວ ແລະ ອື່ນໆ. ແລະ ມາໃນຕອນແລງຂອງວັນດັ່ງກ່າວ ຍັງໄດ້ມາຢ້ຽມຢາມ ສູນຂໍ້ມູນຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ມາໃນວັນຕໍ່ມາຢູ່ທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຊ່ວຍຈຳ ຮ່ວມມືການພັດທະນາການທ່ອງທ່ຽວ ລະຫວ່າງ ແຂວງວຽງຈັນ ແລະ ແຂວງຮາຍເຍືອງ ສສ ຫວຽດນາມ ໃຫ້ກຽດເຊັນບົດບັນທຶກຝ່າຍລາວ ໂດຍ ທ່ານ ບົວລີ ມີລັດຕະນະແພງ ຮອງຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍ ສສ ຫວຽດນາມ ໂດຍ ທ່ານ ຫຽງນ ດຶກ ຫວຽດ ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
ພ້ອມດຽວກັນນີ້, ທ່ານ ຫຽງນ ດຶກ ຫວຽດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່່ທ່ານເຈົ້າເມືອງໆວັງວຽງ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈມາຍັງພັກ-ລັດ ກໍ່ຄືປະຊາຊົນ ທີ່ໄດ້ໃຫ້ການຮ່ວມມື, ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ໃນໄລຍະເຄື່ອນໄຫວເຮັດວຽກທີ່ເມືອງວັງວຽງ, ທັງນີ້ກໍ່ເພື່ອເປັນການປະກອບສ່ວນໃນການຮ່ວມມືລະຫວ່າງສອງຝ່າຍ ໃຫ້ໄດ້ຮັບການພັດທະນາແບບຍືນຍົງ. ພິເສດ ແມ່ນກຸ່ມບໍລິສັດ ທີ່ປະກອບການດ້ານການທ່ອງທ່ຽວ ແລະ ນັກທຸລະກິດຂອງ ແຂວງຮາຍເຢືອງ ສສ ຫວຽດນາມ.
Editor: ກຳປານາດ ລັດຖະເຮົ້າ