ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ເປີດກອງປະຊຸມສະໄໝວິສາມັນ ເທື່ອທີ1 ຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເພັງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງວຽງຈັນ, ເຂົ້າຮ່ວມມີ ທ່ານ ວິດົງ ໄຊຍະສອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິສະພາປະຊາຊົນແຂວງ, ມີບັນດາຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບຸນເພັງ ສາຍນໍລະດີ ໄດ້ກ່າວເປີດກອງປະຊຸມສະໄໝວິສາມັນ ເທື່ອທີ1 ວ່າ : ການດໍາເນີນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສຸມໃສ່ພີຈາລະນາຮັບຮອງເອົາ ແລະ ຕົກລົງບັນດາບັນຫາສຳຄັນພື້ນຖານທີ່ຈໍາເປັນ ແລະ ຮີບດ່ວນຂອງແຂວງ ເປັນຕົ້ນແມ່ນ ພິຈາລະນາຮັບຮອງເອົາບຸກຄະລາກອນຂອງອົງການປົກຄອງຂັ້ນເມືອງ ແລະ ພິຈາລະນາຮັບຮອງເອົາຂໍ້ຕົກລົງຂອງເຈົ້າແຂວງໆວຽງຈັນວ່າດ້ວຍການກຳນົດຫົງໜ່ວຍລາຄາຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ -ຈີນ.
ໃນວາລະກອງປະຊຸມ ທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນລາຍງານການສະເໜີແຕ່ງຕັ້ງ ເຈົ້າເມືອງ 11 ຕົວເມືອງຂອງແຂວງວຽງຈັນ ແລະ ມາດຖານເງື່ອນໄຂບຸກຄະລາກອນຜູ້ທີ່ຈະດຳລົງຕໍຳແໜ່ງເປັນເຈົ້າເມືອງ, ພ້ອມນີ້ ສະມາຊິກສະພາປະຊາຊົນແຂວງຍັງໄດ້ປະກອບຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາການສະເໜີແຕ່ງຕັ້ງເຈົ້າເມືອງ 11 ຕົວເມືອງຂອງແຂວງວຽງຈັນ.
ໂອກາດດຽວກັນນີ້ ທ່ານ ສຸມຸນທາ ສົມຈັນມະວົງ ກຳມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ຂື້ນຜ່ານຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງໆວຽງຈັນວ່າດ້ວຍການກຳນົດລາຄາຫົວໜ່ວຍຄ່າຊົດເຊີຍ ແລະ ການຈັດສັນຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນ ຊ່ວງຜ່ານແຂວງວຽງຈັນ, ໂດຍທ່ານໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຂໍ້ຕົກລົງ, ສະພາບການກະກຽມ ແລະ ດຳເນີນການສ້າງຂໍ້ຕົກລົງ, ໂຄງປະກອບ ແລະ ເນື້ອໃນໂດຍຫຍໍ້ຂອງຮ່າງຕົກລົງ ແລະ ຄາດຄະເນຜົນໄດ້ຮັບ, ພ້ອມດຽວກັນນີ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນປະກອບຄໍາເຫັນໃສ່ຮ່າຂໍ້ຕົກລົງວ່າດ້ວຍການກຳນົດຫົວໜ່ວຍລາຄາຊົດເຊີຍສິ່ງກີດຂວາງ ແລະ ຈັດສັນຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ - ຈີນ ທີ່ຜ່ານແຂວງວຽງຈັນ ພ້ອມທັງໄດ້ຮັບຟັງການຊີ້ແຈງຈາກພະແນກການທີ່ກ່ຽວຂ້ອງ ແລະ ພ້ອມກັນລົງຄະແນນສຽງເປັນເອກະພາບກັນຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວ.
Editor: ກຳປານາດ ລັດຖະເຮົ້າ