ເມື່ອບໍ່ດົນມານີ້ ທີ່ຜ່ານມາຢູ່ທີສະໂມສອນຊັ້ນ 2 ຂອງເມືອງວັງວຽງ ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງ ແລະ ດັດສົມກິດຈະການຂຸດຄົ້ນຫີນປູນ ແລະ ຫີນກໍ່ສ້າງຂຶ້ນໂດຍການເປັນປະທານຂອງ ທ່ານ ຄຳບົງ ຄອນສະຫວັນ ຫົວໜ້າພະແນກພະລັງ ແລະ ບໍ່ແຮ່ ແຂວງວຽງຈັນ, ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລຶອກຕັ້ງທີ 10 ແຂວງວຽງຈັນ, ມີ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງຮອງເຈົ້າເມືອງໆວັງວຽງ, ມີບັນດາຜູ້ປະກອບການຂຸດຄົ້ນຫີນປູນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສີໄຄ ວົງພະຈັນ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງວັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບການຕີລາຄາເຄື່ອນໄຫວຂອງກຸ່ມຂຸດຄົ້ນຫີນປູນຂະໜາດນ້ອຍຢູ່ເມືອງ ວັງວຽງ ໃນໄລຍະ 9 ເດືອນຜ່ານມາ, ໄດ້ມີການຈັດຕັ້ງປະຕິບັດຄຸ້ມຄອງຕິດຕາມການກວດກາ ແລະ ຊຸກຍູ້ສົ່ງເສີມວຽກງານພະລັງ ແລະ ບໍ່ແຮ່ໃຫ້ມີບາດກ້າວຂະຫຍາຍຕົວ, ເຊິ່ງໃນໄລຍະຜ່ານມາວຽກງານການຂຸດຄົ້ນຫີນປູນຂະໜາດນ້ອຍຢູ່ພາຍໃນເມືອງວັງວຽງ ກໍ່ໄດ້ມີບາດກ້າວຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ໃນນີ້ເດັ່ນກວ່າໝູ່ແມ່ນຂະບວນການຈັດສັນການຂຸດຄົ້ນຫີນປູນຂະໜາດນ້ອຍຂອງເມືອງ, ຢູ່ເຂດບ້ານນາຄູນ, ບ້ານຜາທອງ ແລະ ບ້ານນາມ່ວງ, ເຊິ່ງມັນສະແດງອອກລວມຍອດມູນຄ່າຜະລິດຕະພັນຂອງບັນດາຫົວໜ່ວຍຂຸດຄົ້ນຫີນປູນ ຂະໜາດນ້ອຍໃນໄລຍະ 9 ເດືອນ, ທຽບໃສ່ໄລຍະປີຜ່ານມາ ເພີ່ມຂຶ້ນ 18% ,ບັນດາຫົວໜ່ວຍທຸລະກິດຂຸດຄົ້ນຫີນປູນຂະໜາດນ້ອຍຢູ່ພາຍໃນເມືອງວັງວຽງ ມີທັງໝົດ 21 ຫົວໜ່ວຍ, ໃນນັ້ນໄດ້ເຄື່ອນໄຫວຂຸດຄົ້ນ ມີ 10 ຫົວໜ່ວຍ, ບໍ່ເຄື່ອນໄຫວຂຸດຄົ້ນມີ 6 ຫົວໜ່ວຍ, ໄດ້ຮັບອານຸຍາດໃໝ່ 5 ຫົວໜ່ວຍ ທຽບໃສ່ໄລຍະດຽວກັນກັບປີຜ່ານມາເພີ່ມຂຶ້ນ 5 ຫົວໜ່ວຍ ແລະ ໃນໄລຍະ 9 ເດືອນຜ່ານມາ ຜະລິດໄດ້ 88 ພັນ 910 ແມັດກ້ອນ, ໃນໄລຍະ 3 ເດືອນທ້າຍປີທາງຫ້ອງການພະລັງງານບໍ່ແຮ່ ຍັງຈະໄດ້ສືບຕໍ່ຕິດຕາມການກວດກາການຂຸດຄົ້ນວັດຖຸດິບເຂົ້າປ້ອນໂຮງງານຊີມັງ ຫຼັງ 1 , ຫຼັງ 2 , ຫຼັງ 3 ແລະ ຈະໄດ້ເກັບກຳຂໍ້ມູນຕົວເລກການຜະລິດ ແລະ ຈຳໜ່າຍປະຈຳງວດ ແລະ ປີຂອງບັນດາຫົວໜ່ວຍທຸລະກິດຂຸດຄົ້ນຫີນປູນຂະໜາດນ້ອຍໃຫ້ມີຄວາມຊັດເຈນກວ່າເກົ່າ ແລະ ຈະໄດ້ປະສານສົບທົບກັບພາກ ສ່ວນທີ່ກ່ຽວຂ້ອງເພື່ອແນ່ໃສເຮັດໃຫ້ການເຄື່ອນໄຫວວຽກງານໄປຕາມແຜນການທີ່ໄດ້ກຳນົດໄວ້ລວມຍອດຜະລິດ ຕະພັນດ້ານບໍ່ແຮ່ຈະສູ້ຊົນໃຫ້ໄດ້ 12 ຕື້ 314 ລ້ານກວ່າກີບ, ທຽບໃສ່ໄລຍະດຽວກັນກັບປີຜ່ານມາເພີ່ມຂຶ້ນ 23 ສ່ວນຮ້ອຍ.
ໃນກອງປະຊຸມ ທ່ານ ຄຳບົງ ຄອນສະຫວັນ ຫົວໜ້າພະແນກພະລັງ ແລະ ບໍ່ແຮ່ ແຂວງວຽງຈັນ, ແລະ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງຮອງເຈົ້າເມືອງໆວັງວຽງ ຍັງໄດ້ຜັດປ່ຽນກັນມີຄຳເຫັນຕໍ່ກອງປະຊຸມພ້ອມທັງໂອລົມ ຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ