ໃນວັນທີ 12 ຕຸລາ 2017 ຜ່ານມານີ້, ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເປັນປະທານຖະແຫລງຂ່າວ ເນື່ອງໃນວັນມາດຕະຖານໂລກ 14 ຕຸລາ ເຊີ່ງປີ 2017 ແມ່ນ ຄົບຮອບ 70 ປີ, ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກ່າວວ່າ: ຈຸດປະສົງ ຂອງການສະເຫລີມສະຫລອງວັນວັນມາດຕະຖານໂລກ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ຜູ້ສ້າງນິຕິກຳ ກ່ຽວກັບມາດຕະຖານ ແລະ ຄຸນນະພາບ, ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ, ນັກທຸລະກິດ ເຂົ້າໃຈເລີກເຊີ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ, ພ້ອມກັນນັ້ນກໍ່ເພື່ອພັດທະນາ-ສົ່ງເສີມການຜະລິດ ແລະ ການບໍລິການ ມີບົດບາດສຳຄັນໃນການພັດທະນາແບບຢືນຢົງ.
Editor: ກຳປານາດ ລັດຖະເຮົ້າ