ໃນວັນທີ 12 ຕຸລາ 2017 ນີ້, ທີ່ໂຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວ ກ່ຽວກັບການເປີດປີທ່ອງທ່ຽວລາວ 2018 ໃນພິທີຖດຍໄດ້ຮັບກຽດເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະຮັບຜິດຊອບຊີ້ນຳລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018 ເຂົ້າຮ່ວມ ມີ ທ່ານ ສາດສະດາຈານ ດຣ, ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນອກນັ້ນ ຍັງມີ ບັນດາຮອງລັດຖະມົນຕີ, ທຸຕານຸທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ອົງການຈັດຕັ້ງມະຫາຊົນ, ຫົວຫນ້າກົມ-ຮອງກົມ, ພະແນກການທີ່ກ່ຽວຂ້ອງ ລວມທັງສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ໄດ້ມີການສະແດງສີລະປະວັນນະຄະດີ ບົດຟ້ອນທາງວັດທະນະທຳ ທີ່ສະແດງໃຫ້ເຫັນເຖິງຄຸນຄ່າດ້ານວັດທະນະທຳ ແລະ ຮິດຄອງປະເພນີ ປະຊາຊົນລາວບັນດາເຜົ່າ ທີ່ສວຍງາມ. ຄວາມອຸດົມສົມບູນຂອງວັດທະນະທຳ ທີ່ເປັນມໍລະດົກຂອງຊາດ. ການຖະແຫລງການເປີດປີທ່ອງທ່ຽວລາວ 2018 ດັ່ງກ່າວ ທ່ານ ຮອງນາຍົກ ໄດ້ກ່າວວ່າ: ປະຈຸບັນຫລາຍປະເທດໃນທົ່ວໂລກ ເອົາໃຈໃສ່ພິເສດຕໍ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນຂະແຫນງເສດຖະກິດທີ່ເປັນປາຍແຫລມ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ, ເນື່ອງຈາກວ່າການທ່ອງທ່ຽວ ໄດ້ນຳເອົາເງິນຕາຕ່າງປະເທດເຂົ້າມາໃນປະເທດ, ຊຸກຍູ້ການລົງທຶນທາງທຸລະກິດທີ່ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມ ເຊັ່ນ: ທຸລະກິດການນຳທ່ຽວ, ທຸລະກິດໂຮງແຮມ, ທຸລະກິດບໍລິການອາຫານ, ການຂົນສົ່ງ, ການຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ. ດ້ວຍເຫດນີ້ ລັດຖະບານລາວ ໄດ້ເອົາໃຈໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ຢ່າງຕັ້ງຫນ້າ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ນັບມື້ນັບຫລາຍຂື້ນ, ໃນປີ 2000 ມີນັກທ່ອງທ່ຽວເຂົ້າມາລາວ ມີຈຳນວນ 7 ແສນ 37 ພັນກວ່າ ຄົນ, ມີລາຍຮັບເກືອບ 114 ລ້ານໂດລ້າສະຫາລັດ. ແລະ ໃນປີ 2015 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ ເພີ່ມຂື້ນ 4 ລ້ານ 6 ແສນ 84 ພັນ ກວ່າຄົນ, ມີລາຍຮັບ 725 ລ້ານກວ່າໂດລ້າສະຫາລັດ, ຄາດຄະເນ ໃນປີ 2020 ຈະມີນັກທ່ອງທ່ຽວເຖິງ 6 ລ້ານ 2 ແສນກວ່າຄົນ, ແລະ ຈະມິລານຮັບ 993 ລ້ານ 4 ແສນກວ່າໂດລ້າສະຫາລັດ. ຜ່ານມາ ສປປ ລາວ ໄດ້ຈັດປີທ່ອງທ່ຽວຂື້ນມາແລ້ວ 2 ຄັ້ງ ກໍ່ຄື: ຄັ້ງທີ 1 ໃນປີ 1999-2000 ແລະ ຄັ້ງທີ 2 ໃນປີ 2011-2012 ເພື່ອເປັນການໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວລາວຫລາຍຂື້ນ ເມື່ອເຫັນໄດ້ທ່າແຮງ ແລະ ຄວາມເປັນໄປໄດ້ ໃນການພັດທະນາວຽກງານການທ່ອງທ່ຽວ ໃນຊຸມປີຕໍ່ຫນ້າ ດັ່ງນັ້ນ, ລັດຖະບານ ຈິ່ງໄດ້ອະນຸມັດໃຫ້ຈັດປີທ່ອງທ່ຽວລາວ ຂື້ນ ເປັນຄັ້ງທີ 3 ໃນປີ 2018 ນີ້.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວຕື່ມວ່າ: ສຳລັບກິດຈະກຳປີທ່ອງທ່ຽວທີ່ຈະມາເຖິງນີ້, ລວມມີທັງໝົດ 18 ກິດຈະກຳ ໃນຂອບເຂດທົ່ວປະເທດ ເຊັ່ນ:
- ບຸນປີໃໝ່ຊົນເຜົ່າກຶມມຸ ແຂວງອຸດົມໄຊ,
- ງານບຸນເສົາຫລັກເມຶືອງ 10 ຊົນເຜົ່າແຂວງເຊກອງ,
- ບຸນພະບາດໂພນສັນ ແຂວງບໍລິຄຳໄຊ,
- ບຸນຊົນເຜົ່າ ແຂວງຫລວງນ້ຳທາ,
- ງານເທດສະການດອກງິ້ວບານ ແຂວງບໍ່ແກ້ວ,
- ບຸນຊ້າງ ແຂວງໄຊຍະບູລີ,
- ບຸນວັດພູ ແຂວງຈຳປາສັກ,
- ບຸນພະທາດສີໂຄດ ແຂວງຄຳມ່ວນ,
- ບຸນປີໃໝ່ລາວ ແຂວງຫລວງພະບາງ,
- ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ອງທ່ຽວຊົມຖ້ຳຜູ້ນຳ ແຂວງຫົວພັນ,
- ບຸນຊ່ວງເຮືອ ແຂວງສາລະວັນ,
- ບຸນນະມັດສະການພະທາດຫລວງ ນະຄອນຫລວງວຽງຈັນ,
- ບຸນຊ່ວງເຮືອເມືອງຂວາ ແຂວງຜົ້ງສາລີ,
- ບຸນພະທາດອີງຮັງ ແຂວງສະຫວັນນະເຂດ,
- ບຸນກິນຈຽງ (ຫລັກ 52) ແຂວງວຽງຈັນ,
- ບຸນກິນຈຽງ ແຂວງໄຊສົມບູນ
- ງານນະມັດສະການພະເຈົ້າໄຊເສດຖາ ແຂວງອັດຕະປື.
ສຳລັບການເຄື່ອນໄຫວ ແລະ ກິດຈະກຳປິ່ນອ້ອມຢູພາຍໃນ ປະກອບມີ: ການຈັດຂະບວນ ຄາລາວານລົດທ່ອງທ່ຽວຕາມເສັ້ນທາງ ແຫລ່ງທ່ອງທ່ຽວ ບາງແຂວງພາກເໜືອ ແລະ ພາກໃຕ້, ການຈັດລາຍການຢ້ຽມຢາມແຫລ່ງທ່ອງທ່ຽວ ສຳລັບສື່ມວນຊົນ ແລະ ບໍລິສັດທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາຜະລິດຕະພັນ ແລະ ແຫລ່ງທ່ອງທ່ຽວອັນໂດດເດັ່ນຂອງ ສປປ ລາວ, ໂດຍສະເພາະ ແມ່ນແຫລ່ງທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ, ກິດຈະກຳສະເຫລີມສະຫລອງວັນທ່ອງທ່ຽວໂລກ, ບຸນມະໂຫລານສິລະປະການສະແດງພື້ນເມືອງບັນດາເຜົ່າ ທົ່ວປະເທດໃນງານບຸນນະມັດສະການພະທາດຫລວງ. ນອກນີ້, ຍັງມີກິດຈະກຳທີຖືກສະ ເໜີເຂົ້າເພີ່ມ ມີ ພິທີຕັກບາດໃຫຍ່, ການເຕັ້ນລຳວົງ, ແລະ ເຕັ້ນບັດສະຫລົບ, ລາຍການທ່ອງທ່ຽວ ຂີ່ລົດຖີບອາຊຽນ, ການແຂ່ງລົດຈັກວິບາກ, ກິດຈະກຳປີນໜ້າຜາ ແລະ ກິດຈະກຳອື່ນໆ.
ສ່ວນລາຍການເຄື່ອນໄຫວ ແລະ ກິດຈະກຳປິ່ນອ້ອມຢູ່ຕ່າງປະເທດ ມີ ຈັດງານວັນລາວ (Lao night) ໃນງານ ATF 2018 ຢູ່ຊຽງໃໝ່ ປະເທດໄທ, ຈັດງານ Cooktail ຢູ່ ITB Berlin 2018 ປະເທດເຢຍລະມັນ, ງານວາງສະແດງທ່ອງທ່ຽວສາກົນ SMT ຢູ່ ປາຣີ ປະເທດຝຮັ່ງ, ຈັດງານວັນລາວ (Lao night) ທີ່ງານ Lao Festival ທີ່ໂຕກຽວ ປະເທດຢີປຸ່ນ, ຈັດງານວັນລາວ (Lao night) ໃນງານ ITE HCM ຢູ່ປະເທດຫວຽດນາມ, ງານວາງສະແດງທ່ອງທ່ຽວສາກົນ WTM ຢູ່ລອນດອນ ປະເທດອັງກິດ.
Editor: ກຳປານາດ ລັດຖະເຮົ້າ