ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນ ຂອງທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 11 ຫາ 12 ຕຸລາ 2017. ເຊີ່ງການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຄັ້ງນີ້, ແມ່ນເປັນຄັ້ງທໍາອິດ ນັບແຕ່ໄດ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຊິ່ງເປັນການຢ້ຽມຢາມ ທີ່ສອງປະເທດ ກຳລັງພ້ອມກັນດຳເນີນ ການສະເຫຼີມສະຫຼອງ ປີວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ. ເຊິ່ງເປັນການປະກອບສ່ວນສຳຄັນ ແລະ ເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
ທັງສອງຝ່າຍ ຍັງໄດ້ເຂົ້າຮ່ວມພິທີພົບປະ ຢ່າງເປັນທາງການ ເຊິ່ງຕ່າງຝ່າຍຕ່າງກໍ່ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ການຮ່ວມມື, ການສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນລະດັບພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ, ຫຼັງຈາກພົບປະກັນ ຢ່າງເປັນທາງການແລ້ວ ທ່ານ ປະທານາທິບໍດີ ໂຈໂກ ວີໂດໂດ (Joko Widodo), ຮ່ວມກັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບ ຄື: 1. ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນສູງ; 2. ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານການສຶກສາຂັ້ນພື້ນຖານ; 3. ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຄວບຄຸມຢາເສດຕິດ, ວັດຖຸອອກລິດ ຕໍ່ເສັ້ນປະສາດ ແລະ ສານເຄມີ ທີ່ໃຊ້ໃນການຜະລິດຢາເສບຕິດ; ແລະ 4. ບົດບັນທຶກຄວາມຊົງຈໍາ ວ່າດ້ວຍການຮ່ວມມື ດ້ານສະພາການຄ້າ ແລະ ອຸດສາຫະກໍາ.
ໃນໂອກາດຢຽ້ມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມະລາ ຢູ່ທີ່ ອະນຸສາວະລີ ນັກຮົບແຫ່ງຊາດ, ເຂົ້າຮ່ວມພິທີເປີດກອງປະຊຸມ ພາກທຸລະກິດ ລະຫວ່າງ ລາວ ແລະ ອິນໂດເນເຊຍ; ຢ້ຽມຊົມງານວາງສະແດງສິນຄ້າ ຂອງອິນໂດເນເຊຍ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ