ເມື່ອບໍ່ດົນມານີ້, ທີ່ແຂວງໄຊຍະບູລີ ໄດ້ຈັດພິທີວາງສີລາເລີກ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຍີ່ປຸ່ນ, ເຊີ່ງໃນພິທີວາງສີລາເລີກ ຄັ້ງນີ້ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຕາເກຊີ ຮີກິຮາຣາ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ມີການນຳຂອງແຂວງ, ເຈົ້າເມືອງ 11 ເມືອງ, ມີມີອຳນາດການປົກຄອງບ້ານອ້ອມຂ້າງເມືອງໄຊຍະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຍີ່ປຸ່ນ ແມ່ນຕັ້ງຢູ່ບ້ານທ່ານາ ເມືອງໄຊຍະບູລີ, ມີເນື້ອທີ່ທັງໝົດ 2,5 ເຮັກຕາ, ມູນຄ່າການກໍ່ສ້າງທັງໝົດ 17 ຕື້ 790 ລ້ານກວ່າກີບ, ໃນນີ້ໄດ້ຮັບທຶນຊ່ວຍເຫຼືອຂອງສະຖານທູດປະເທດຍີ່ປຸ່ນ ຈຳນວນ 2 ລ້ານໂດລາສະຫະລັດ, ຫຼື ເທົ່າກັບ 16 ຕື້ກີບ,ໂດຍແມ່ນບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2017-2018 ແມ່ນໃຫ້ສໍາເລັດ, ຈຸດເດັ່ນຂອງສວນດັ່ງກ່າວແມ່ນ ມີການອອກແບບອາຄານເປັນເຮືອນຮູບຊົງເອກະລັກຍີ່ປຸ່ນ 1 ຫຼັງ, ພ້ອມດ້ວຍສວນແບບຍີ່ປຸ່ນ ເຮືອນຮູບຊົງເອກະລັກລາວເດີມ 1 ຫຼັງ, ນອກນີ້, ພາຍໃນສວນຍັງປະກອບມີການກໍ່ສ້າງກິດຈະກໍາທີ່ເປັນສິ່ງເອື້ອອຳນວນຄວາມສະດວກຕ່າງໆຄົບວົງຈອນ, ໂຄງການດັ່ງກ່າວ ພາຍຫຼັງກໍ່ສ້າງສໍາເລັດແລ້ວ, ນອກຈາກຈະເປັນສັນຍາລັກທີ່ສໍາຄັນແຫ່ງມິດຕະພາບ ແລະ ການຮ່ວມມືຂອງທັງສອງຊາດ ລາວ-ຍີ່ປຸ່ນແລ້ວ, ຍັງຈະເປັນສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວສໍາລັບປະຊາຊົນ ແລະ ແຂກທີ່ມາຢ້ຽມຢາມ ເມືອງໄຊຍະບູລີ ອີກດ້ວຍ.
ໃນພິທີ ທ່ານ ຕາເກຊີ ຮີກິຮາຣາ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ກໍ່ໄດ້ຂຶ້ນມອບໂຄງການໃຫ້ ແຂວງໄຊຍະບູລີ ດຳເນີນການກໍ່ສ້າງ ແລະ ໄດ້ມອບເງິນ ຈຳນວນ 2 ລ້ານໂດລາສະຫະລັດ, ກ່າວຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ໃນຕອນທ້າຍພິທີໄດ້ມີການລັ່ນຄ້ອງ 9 ບາດ, ຊ້ວນຊາຍ 9 ຊ້ວນ, ຕັດແຖບຜາ, ປ່ອຍປຸມເປົ້າ, ວາງສີລາລືກ ແລະ ໄດ້ປູກຕົ້ນໄມ້ຕື່ມອີກ.
ຂອບໃຈທີມຂ່າວ ພະແນກ ຖວທ ແຂວງໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ