ໃນໂອກາດທີ່ ທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມັນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ເມື່ອບໍ່ດົນມານີ້ ທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ພົບປະໂອລົມຕໍ່ສະມາຊິກພັກພະນັກງານ - ລັດຖະກອນ ພາຍໃນພະແນກການເງິນແຂວງໄຊຍະບູລີ. ພິທີດັ່ງກ່າວ ໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງແຂວງ ເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫັວນ ສິດທະວົງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ. ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າຮອງຫົວໜ້າດ່ານ, ຫົວໜ້າ, ຮອງຫົວໜ້າຫ້ອງການ ການເງິນເມືອງທົ່ວແຂວງ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນແທນ ທິແກ້ວ ຫົວໜ້າພະແນກການເງິນແຂວງໄຊຍະບູລີ, ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນຕົ້ນປີ 2017 ແລະ ທິດທາງແຜນການວຽກຈຸດສຸມ 3 ເດືອນທ້າຍປີ 2017 ຕໍ່ທີ່ປະຊຸມເພື່ອລາຍງານສະພາບລວມການຈັດຕັ້ງວຽກງານ ທາງດ້ານດີ ແລະ ດ້ານອ່ອນ, ລວມທັງແຜນທິດທາງດ້ານຕ່າງໆຕໍ່ຫນ້າ, ຈາກນັ້ນໃນ ຕອນທ້າຍຂອງກອງປະຊຸມ ທ່ານ ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ກຽດຂື້ນໂອລົມຕໍ່ກອງປະຊຸມ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງໄຊຍະບູລີ ຍາດມາໄດ້ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະ ກໍ່ຄືພະແນກການເງິນແຂວງ ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງ ແລະ ເນັ້ນໜັກບາງບັນຫາກ່ຽວກັບການຈັດຕັ້ງວຽກງານທີ່ຜ່ານມາພ້ອມທັງຍົກໃຫ້ເຫັນຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ ແລະ ແກ້ໄຂໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ