ວັນທີ 10 ຕຸລາ 2017 ນີ້ ໜ່ວຍພັກຮາກຖານສະພາປະຊາຊົນ ແຂວງເຊກອງ ໄດ້ຈັດພິທີຮັບເອົາສະມາຊິກພັກ ສະໄໝສຳຮອງ 5 ສະຫາຍ, ຍິງ 3 ສະຫາຍ ເຂົ້າເປັນສະມາຊິກພັກສົມບູນ ເຊິ່ງພິທີໄດ້ຈັດຂຶ້ນທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ, ມີ ທ່ານ ອ້ວນຄຳ ທຸງໄຊ ກຳມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະໜ່ວຍພັກສະພາປະຊາຊົນ, ມີຕາງໜ້າໜ່ວຍພັກສານປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ການຮັບສະມາຊິກພັກສະໄໝສຳຮອງເຂົ້າເປັນສະມາຊິກພັກສົມບູນໃນຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ, ໃນນີ້ຄະນະປະຈຳພັກແຂວງ ອອກມະຕິຕົກລົງຮັບເອົາ ທັງ 5 ສະຫາຍ ເຊີ່ງ 5 ສະຫາຍແມ່ນໄດ້ເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ, ປະຕິບັດກົດໝາຍລັດຖະກອນ ຢ່າງເຂັ້ມງວດ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ຢ່າງມີຜົນສຳເລັດ, ເຂົ້າຮ່ວມທຸກຂະບວນການທີ່ອົງການຈັດຕັ້ງພັກ-ລັດຈັດຂຶ້ນ, ນອກນີ້ ສະຫາຍຍັງມີຄວາມເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກຳແໜ້ນ 5 ຫຼັກການ 3 ທິດນຳ ຂອງພັກວາງອອກໄດ້ເປັນຢ່າງດີ.
ໂອກາດດັ່ງກ່າວ ທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງສະມາຊິກພັກສົມບູນໃໝ່ທີ່ໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫຼອມຕົນເອງຈົນໄດ້ເຂົ້າສັງກັດອົງການຈັດຕັ້ງສູງສຸດຂອງພັກ ພ້ອມທັງໄດ້ເນັ້ນໃຫ້ສະມາຊິກພັກສົມບູນໃໝ່ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ໜັກແໜ້ນ, ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ກຳແໜ້ນແນວທາງນະໂຍບາຍຂອງພັກວາງອອກໃນແຕ່ລະໄລຍະ ແລະ ສຶບຕໍ່ຝຶກຝົນຫລໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ