ໂດຍປະຕິບັດຕາມບົດບັນທືກ ທີ່ໄດ້ລົງນາມຮ່ວມກັນ ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງ ຮ່າຕີ່ງ ສສ ຫວຍດນາມ ວ່າດ້ວຍວຽກງານການຊອກຫາ ຂຸດຄົ້ນ ແລະ ນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊິວີດໃນປາງສົງຄາມ ຢູ່ ສປປ ລາວ ກັບຄືນປະເທດ, ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ຫ້ອງປະຊຸມເບີ 2 ສະໂມສອນແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນຄະນະປະຕິບັດງານພິເສດ ແຂວງບໍລິຄຳໄຊ ແລະ ແຂວງ ຮ່າຕີ່ງ ສ ສ ຫວຽດນາມ ຂື້ນ, ຝ່າຍແຂວງບໍລິຄຳ ເຂົ້າຮ່ວມເປັນປະທານໂດຍ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທັງເປັນຄະນະປະຕິບັດງານພິເສດ ແຂວງບໍລິຄຳໄຊ, ຝ່າຍຫວຽດນາມ ນຳໂດຍ ທ່ານ ພັນເອກ ເລ ຫງ້ອກ ເຮືອງ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງ ຮ່າຕີ່ງ ມີບັນດາຫົວໜ້າພະແນກການທີ່ກ້ຽວຂ້ອງ ພ້ອມດ້ວຍຄະນະປະຕິບັດງານພິເສດທັງສອງຝ່າຍເຂົ້າຮ່ວມ.
ໃນພິທີ ທ່ານ ພັນເອກ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ, ຮອງຫົວໜ້າຜູ້ປະຈຳການຄະນະປະຕິບັດງານພິເສດແຂວງ ບໍລິຄຳໄຊ ໄດ້ຂື້ນລາຍງານສະພາບການເຄື່ອນໄຫວ ວຽກງານຂຸດຄົ້ນອັດຖິ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອແນ່ໃສ່ປະຕິບັດຕາມແຜນການທີ່ໄດວາງໄວ້ ຄະນະປະຕິບັດງານພິເສດຂັ້ນແຂວງ ຈື່ງໄດ້ແຈ້ງການໄປຫາບັນດາເມືອງທີ່ກ້ຽວຂ້ອງ ເພື່ອອຳນວຍຄວາມສະດວກ ໃນການລົງເກັບກຳຂໍ້ມູນ ແລະ ຊຸກຍູ້ປຸກລະດົມພໍ່ແມ່-ປະຊາຊົນໃຫ້ເຫັນຄວາມສຳຄັນ ແລະ ມີສ່ວນຮ່ວມ ໃນການຂຸດຄົ້ນອັດຖິ ຜ່ານການຈັດຕັ້ງປະຕິບັດຕົວຈິງນັບແຕ່ເດືອນ ມິຖຸນາ ສົກປີ 2017-2018 ເປັນຕົ້ນມາ ສອງໜ່ວຍງານປະຕິບັດງານພິເສດ 2 ແຂວງ ໄດ້ສົມທົບກັບອຳນາດການປົກຄອງເມືອງ ແລະ ບ້ານແຕ່ລະບ່ອນລົງເຄື່ອນໄຫວຊອກຫາແຫຼ່ງຂໍ້ມູນ ຈຸດທີ່ເປັນພື້ນຖານ ຜ່ານການລົງເກັບກຳຂໍ້ມູນຕົວຈິງ ສາມາດເກັບກຳໄດ້ທັງໝົດ 14 ສົບ, ໃນນີ້ຢູ່ເມືອງປາກຊັນ ເກັບກຳໄດ້ 1 ຂໍ້ມູນ ມີ 1 ສົບ, ເມືອງ ຄຳເກີດ ມີ 2 ຂໍ້ມູນ ມີ 2 ສົບ, ເມືອງບໍລິຄັນ ມີ 2 ຂໍ້ມູນ ມີ 3 ສົບ, ເມືອງປາກະດິງ ມີ 2 ຂໍ້ມູນ ມີ 5 ສົບ ແລະ ເມືອງວຽງທອງ ມີ 3 ຂໍ້ມູນ ມີ 3 ສົບ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ໃນການຂຸດຄົ້ນອັດຖິ ປະຈຳປີ 2017-2018 ໄດ້ຮັບຜົນດີ ແລະ ສຳເລັດຕາມລະດັບຄາດໝາຍ ຄະນະຜູ່ແທນທັງສອງຝ່າຍ ຍັງໄດ້ພ້ອມກັນປືກສາຫາລືວຽກງານໃນດ້ານຕ່າງໆຮ່ວມກັນຕື່ມອິກ.
ທີມຂ່າວແຂວງບໍລິຄຳໄຊ
Editor: ກຳປານາດ ລັດຖະເຮົ້າ