ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 5 ສະໄຫທີ 5 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 10-11 ຕຸລາ 2017 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງໆວຽງຈັນ. ເຂົ້າຮ່ວມມີບັນດາສະຫາຍຮອງເລຂາ, ຄະນະປະຈໍາ, ກໍາມະການພັກແຂວ, ເລຂາພັກເມືອງ, ເລຂາຄະນະພັກພະແນກການ, ອົງການ, ກົມກອງ ແລະ ບັນດາສະຫາຍພະນັກງານບຳນານອາວຸໂສ ຜູ້ຊົງຄຸນວຸດທິເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ບຸນສອນ ເພັດລາວັນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆວຽງຈັນ ໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານສາມສ້າງປະຈຳປີ 2017 ແລະ ທິດທາງແຜນການປີ 2018ໃນໄລຍະ 1 ປີ ຜ່ານມາຄະນະພັກຄະນະນຳແຕ່ລະຂັ້ນໄດ້ນຳເອົາແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດຫມາຍຂອງລັດ ໂດຍສະເພາະມະຕິ 10 ຂອງພັກ, ມະຕິ 5 ຂອງອົງຄະນະພັກແຂວງວຽງຈັນ ແລະ ນິຕິກຳຕ່າງໆລົງສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ແຕ່ລະເປົ້າຫມາຍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດຫມາຍ ກໍຄືການຈັດຕັ້ງປະຕິບັດຄຳສັ່ງເລກທີ 03/ກມສພ ວ່າດ້ວຍ ການສ້າງບ້ານເປັນຫົວຫຫນ່ວຍພັດທະນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍຢູ່ໃນຊົນນະບົດ ໃນໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດເຂດຫ່ງໄກສອກຫລີກທຸລະກັນດານ, ເຂດທີ່ຫມັ້ນຂອງການປະຕິວັດ,ເມືອງທີ່ເຮັດທົດລອງ 3 ສ້າງ ແລະ ສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຂອງບ້ານ, ກຸ່ມບ້ານທີ່ມີເງື່ອນໄຂສ້າງເປັນຕົວເມືອງນ້ອຍຢູ່ໃນຊົນນະບົດໂດຍມອບໂຄງການລົງທຶນຂອງລັດທີ່ມີມູນຄ່າ 5 ຕື້ກີບ ລົງມາໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດມີ 8 ໂຄງການລວມມູນຄ່າ 23,4 ຕື້ກີບ,ເອົາໃຈໃສ່ປັບປຸງເສັ້ນທາງລົງສູ່ເຂດຊົນນະບົດທົ່ວແຂວງ ມີເສັ້ນທາງລົງໄປເຖິງແລ້ວ 433 ບ້ານ ເທົ່ກັບ 100% ຂອງຈຳນວນບ້ານໃນທົ່ວແຂວງ ສາມາດທຽວໄດ້ 2 ລະດູມີ 415 ບ້ານ ເທົ່າກັບ 95%. ອັດຕາການຊົມໃຊ້ໄຟຟ້າ ກວມເອົາ 433 ບ້ານເທົ່າກັບ 100% ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການແກ້ໄຂຄວາມທຸກຍາກປະຈຸບັນໃນທົ່ວແຂວງຍັງມີບ້ານທຸກຍາກ 10 ບ້ານ, ມີຄອບຄົວທຸກຍາກ 1.033 ຄອບຄົວ ສະເລ່ຍເຂົ້າເປືອກໃສ່ຫົວຄົນ 652 ກິໂລ/ຄົນ/ປີ ແລະ ໄດ້ເອົາໃຈໃສ່ໃນການເຮັດທົດລອງບ້ານ 3 ສ້າງ ຈາກ 4 ບ້ານ ເປັນ 55 ບ້ານໃນທົ່ວແຂວງ ຕາມເນື້ອໃນສ້າງແຂວງເປັນກົວຫນ່ວຍຍຸດທະສາດ 7 ດ້ານ, ສ້າງເມືອງເຂັ້ມແຂງຮອບດ້ານ 5 ດ້ານ ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາ 4 ດ້ານ.
ທີມຂ່າວແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ