ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນຄັ້ງທີ 5 ແລະ ບັນດາກອງປະຊຸມປິ່ນ ອ້ອມທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 17-19 ຕຸລາ 2017 ທີ່ຈະມາເຖິງນີ້, ຢູ່ແຂວງຫຼວງພະບາງ, ປະຈຸບັນ ບັນດາອະນຸກຳມະການຝ່າຍຕ່າງໆແມ່ນໄດ້ກຽມ ພ້ອມສຳເລັດແລ້ວ ໃນທຸກດ້ານ. ມາໃນວັນທີ 9 ຕຸລາ 2017 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປະສົງ ວົງຄຳຈັນ ຫົວໜ້າກົມ ສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ, ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວແມ່ນ ຈະໄດ້ສະ ເໜີແລກປ່ຽນ ແລະພິຈາລະນາ ຮັບຮອງເອົາບາງບັນຫາສຳຄັນຢູ່ໃນກອງປະຊຸມຄັ້ງນີ້ ເປັນຕົ້ນຮັບຊາບຂໍ້ຕົກລົງຕ່າງໆຂອງບັນດາຜູ້ນໍາອາຊຽນ ທີ່ພົວພັນກັບວຽກງານຄຸ້ມຄອງໄພພິບັດໃນກອງປະຊຸມສຸດຍອດອາຊຽນຜ່ານມາ; ຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາແຜນງານສັນຍາອາຊຽນ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ສຸກເສີນຜ່ານມາ ແລະ ບາງຜົນສໍາເລັດທີ່ພົ້ນເດັ່ນ; ພິຈາລະນາຮັບຮອງເອົາວາ ລະກອງປະຊຸມ ລະຫວ່າງ ບັນດາລັດຖະມົນຕີຂະແໜງການຕ່າງໆ ຂອງອາຊຽນ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ ຊຶ່ງຈະໄດ້ຈັດໄປພ້ອມໆກັບກອງປະຊຸມສົນທະນາດ້ານນະໂຍບາຍກ່ຽບກັບການຄຸ້ມຄອງໄພພິບັດໃນປີ 2018
ບັນດາກອງປະຊຸມທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂື້ນ ທີ່ ແຂວງ ຫລວງພະບາງ ໃນລະຫວ່າງ ວັນທີ 17 – 20 ຕຸລາ 2017 ລວມມີ:
1. ກອງປະຊຸມຂັ້ນເຈົ້າໜ້າທີ່ອາວູໂສ:
- ກອງປະຊຸມ ຄະນະກໍາມະການຄຸ້ມຄອງໄພພິບັດອາຊຽນຄັ້ງທີ 31 ຈັດຂື້ນ ວັນທີ 17 ຕຸລາ 2017;
- ກອງປະຊຸມ ສະພາບໍລິຫານ ສູນປະສານງານເພື່ອຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຄັ້ງທີ 7 ຈັດຂື້ນເປັນເວລາເຄີ່ງວັນຕອນເຊົ້າ ຂອງ ວັນທີ 18 ຕຸລາ 2017;
- ກອງປະຊຸມ ຄະນະກໍາມະການຮ່ວມ ເພື່ອເສີມຂະຫຍາຍຂອບການຮ່ວມມືອາຊຽນ ໃນວຽກງານຊ່ວຍເຫລືອດ້ານມະນຸດສະທໍາ ແລະ ການບັນເທົາທຸກໄພພິ ບັດ ຄັ້ງທີ 8 ຈັດຂື້ນເປັນເວລາເຄິີ່ງວັນຕອນບ່າຍ ຂອງ ວັນທີ 18 ຕຸລາ 2017.
2. ກອງປະຊຸມຂັ້ນລັດຖະມົນຕີ:
- ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5 ແລະ ກອງປະຊຸມພາຄີຕໍ່ສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ຄັ້ງທີ 6 ຈັດຂື້ນ ໃນວັນທີ 19 ຕຸລາ 2017.
ນອກຈາກບັນດາກອງປະຊຸມທີ່ໄດ້ກ່າວມານັ້ນ, ສປປ ລາວ ໃນນາມທີ່ເປັນປະທານ ຄະນະກໍາມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນຄຸ້ມຄອງໄພພິບັດອາຊຽນ ໃນລະດັບພາກພື້ນ ຊື່ງຈັດຈະກໍາດັ່ງກ່າວ ແມ່ນຈະໄດ້ຈັດຂື້ນໄປພ້ອມໆກັບ ພິທີເປີດກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2017. ບັນດາກິດຈະກໍາສະເຫຼີມສະຫຼອງວັນຄຸ້ມຄອງໄພພິບັດອາຊຽນ ລວມມີ:
- ການປ່ອຍປາລົງສູ່ທໍາມະຊາດ ແມ່ນໍ້າຂອງ;
- ການຈັດວາງສະແດງຮູບພາບ ແລະ ນໍາສະເໜີວິດີໂອໃນບ່ອນວາງສະແດງ;
- ການຕິດປ້າຍຄໍາຂວັນ ຕາມຈຸດເສັ້ນທາງທີ່ສໍາຄັນ ຢູ່ ນະຄອນຫລວງວຽງຈັນ;
- ການອອກຂ່າວໂຄສະນາ ທາງໂທລະພາບ ແລະ ໜັງສືພີມ ອື່ນໆ ໂດຍມີຈຸດປະສົງ ເພື່ອໂຄສະນາປູກຈິດສໍານຶກແກ່ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖີງບັນດາໄພພິບັດ ແລະ ຄວາມສໍາຄັນຂອງວຽກງານກຽມພ້ອມ, ປ້ອງກັນ ແລະ ຫລຸດຜ່ອນບັນດາຜົນກະທົບທີ່ອາດຈະເກີດຂື້ນຈາກໄພພິບັດ.
Editor: ກຳປານາດ ລັດຖະເຮົ້າ