ກອງປະຊູມດັ່ງກ່າວ ໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ເຂົ້າຮ່ວມມີ ຮອງເຈົ້າແຂວງ, ເຈົ້າເມືອງ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າຫ້ອງການ, ພະແນກ ຍທຂ ນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ປະຈຸບັນໂລກມີການປ່ຽນແປງ ແລະ ພວມໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຕາມກົດເກນ ແຫ່ງຍຸກສະໄຫມ ໂລກາພິວັດຢ່າງບໍ່ຢຸດຢັ້ງ ແລະ ວ່ອງໄວ, ປະຊາກອນທັງໝົດໃນໂລກ ເກືອບ 2 ໃນ 3 ໄດ້ອາໄສຢູ່ເຂດຕົວເມືອງ ຄາເຄະເນວ່າ: ໃນປີ 2030 ປະຊາກອນຈະຫລັງໄຫລເຂົ້າສູ່ຕົວເມືອງ ນັບມື້ນັບຫລາຍຂື້ນ, ແລະ 60 ສ່ວນຮ້ອຍ ຂອງປະຊາກອນທີ່ອາໄສຢູ່ເຂດຕົວເມືອງ ແມ່ນຢູ່ໃນເກນອາຍຸ 18 ປີ, ທີ່ເດີນທາງເຂົ້າມາຊອກເຮັດວຽກ, ການສຶກສາ ແລະ ປະກອບອາຊີບຕ່າງໆ, ເມື່ເປັນແນວນັ້ນ ມັນໄດ້ສົ່ງຜົນກະທົບ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຢູ່ຂົງເຂດຊົນນະບົດ ແລະ ເຂດຕົວເມືອງ ເປັນສາເຫດຫນື່ງ ທີ່ພາໃຫ້ປະຊາຊົນ ເພີ່ມຂື້ນຢ່າງຫລວງຫລາຍ ຂາດເຂີນດ້ານທີ່ຢູ່ອາໄສ ການພັດທະນາບໍ່ສົມຄູ່ກັບຄວາມຕ້ອງການ ຂອງປະຊາກອນ, ລວມທັງການພັດທະນາດ້ານພື້ນຖານໂຄງລ່າງຕົວເມືອງ ທີ່ຕ້ອງການໃຫ້ເຊື່ອມຕໍ່ກັບເຂດຊົນນະບົດ. ສະນັ້ນເພື່ອເຮັດໃຫ້ຕົວເມືອງເຫລົ່ານີ້ ໄດ້ມີພື້ນທີ່ພໍພຽງໃນການຮອງຮັບປະຊາກອນ ທີ່ເຂົ້າມາຢູ່ອາໄສ ມີອາຄານຢູ່ທີ່ເຫມາະສົມ ແມ່ນມີຄວາມຈຳເປັນຕ້ອງໄດ້ປັບປຸງ-ຈັດສັນ ບັນດາພື້ນຖານສາທາລະນະໃຫ້ກວ້າງຂວາງ ພຽງພໍກັບຄວາມຕ້ອງການໃນການນຳໃຊ້ຂອງປະຊາຊາດ, ກຳນົດພື້ນທີ່ໃຫ້ປະຊາຊົນໄດ້ມີເຮືອນຢູ່ເປັນຂອງຕົນເອງ, ທຸກຄົຍມິສ່ວນຮ່ວມໃນການນຳໃຊ້ ເຊີ່ງມີຄວາມສອດຄ່ອງກັບຫົວຂໍ້ ຂອງການສະເຫລີມສະຫລອງ ວັນເຄຫາສະຖານໂລກ ໃນປີນີ້.
ກອງປະຊຸມສຳມະນາ ຄັ້ງນີ້ ຍັງໄດ້ສະເຫນີໃນຫລາຍຫົວຂໍ້ ເຊັ່ນ: ບົດຮຽນ ແລະ ຄູ່ມືແນະນຳກ່ຽວກັບການອອກແບບອາຄານໃນເຂດປົກປັກຮັກສາຕົວເມືອງເກົ່າ ແລະ ການປັບປຸງທັດສະນິຍະພາບຖະຫນົນ ເຈົ້າອານຸວົງ, ຖະຫນົນຝັ່ງຊົວງີນ, ໂຄງການວຽກຈັນທົດລອງ, ໂຄງການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຖະຫນົນສາຍຫລັກ, ການກຳນົດເຂດສະຫງວນທາງ, ເສັ້ນທາງການປຸກສ້າງ, ເຂດສະຫງວນສາທາລະນະ, ເຂດປູກຕົ້ນໄມ້ ລຽບຕາມເສັ້ນທາງ 450 ປີ, ທາງເລກ 10 ຫນອງບົວທອງ-ຫນອງບຶກ ແລະ ດົງຖດກ-ສິເກີດ. ແລະ ຫົວຂໍ້ ເຮືອນລາຄາຖືກ ນະໂຍບາຍເຄຫາສະຖານ ແລະ ອື່ນໆ ທີ່ກ່ຽວຂ້ອງ.
Editor: ກຳປານາດ ລັດຖະເຮົ້າ