ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອ່ານສານ ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ, ວ່າ: ໃນນາມ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງເພື່ອນໆ ຄູ-ອາຈານທຸກຊັ້ນ, ທຸກສາຍ, ທຸກລະດັບທຸກຂົງເຂດໃນຂອບເຂດທົ່ວປະເທດ ແລະ ພໍ່ແມ່-ພີ່ນ້ອງປວງຊົນລາວ ທົ່ວປະເທດທຸກຖ້ວນໜ້າ ນະໂອກາດນີ້ດ້ວຍ. ວັນຄູແຫ່ງຊາດ ວັນທີ 7 ຕຸລາ ປີ 2017 ນີ້, ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ເພາະເປັນປີທີ 2 ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ( ປີ 2016-2020), ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3, 4 ແລະ ຄັ້ງທີ 5 ສະໄໝທີ 10 ຂອງພັກ ແລະ ຈັດຕັ້ງປະຕິບັດປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປີ 2017 ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນຟົດຟື້ນ. ຕະຫລອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ການສຶກສາຄູ ແລະ ຖືເອົາຄູສອນເປັນຂອດຕົ້ນຕໍ ແລະ ສໍາຄັນກ່ວາໝູ່ ໃນການຕັດສິນຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ຄົນເປັນປັດໄຈຕັດສິນ ໃນ ການພັດທະນາສ້າງສາປະເທດຊາດ.
ຖືເອົາຊັບພະຍາກອນມະນຸດ ເປັນປັດໄຈຕັດສິນກໍາລັງການຜະລິດ, ຖືເອົາຄົນເປັນ ເປົ້າໝາຍ ແລະ ຈຸດສຸມຂອງການພັດທະນາ ແລະ ໄດ້ໃຫ້ນາມມະຍົດແກ່ຄູວ່າ: ຄູເປັນຄົນຂອງພັກ, ຄູແມ່ນແມ່ ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູເປັນຜູ້ໃຫ້ຄວາມຮູ້, ທຸກຄົນຢູ່ໃນສັງຄົມ ມີຄວາມຮູ້ ຍ້ອນມີຄູສອນ, ທຸກຄົນລ້ວນແລ້ວແຕ່ມີຄູສອນເປັນຂອງຕົນເອງ ແລະ ກໍບໍ່ມີໃຜຈະປະຕິເສດບຸນຄຸນຂອງຄູ-ອາຈານສອນ ທີ່ໃຫ້ຄວາມຮູ້ແກ່ຕົນເອງ. ຄູ-ອາຈານຫລາຍໆ ຄົນ ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ. ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມ ເຊີຍ ຄຸນງາມຄວາມດີຂອງຄູອາຈານ ທີ່ໄດ້ອຸດທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາ ສ້າງສາປະເທດຊາດ. ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນ ໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫລືອ ຄູ-ອາຈານ ໃຫ້ມີຄຸນນະພາບ ດີຂຶ້ນເປັນກ້າວໆ.
ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບ ສ່ວນຂອງ ຄູ-ອາຈານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະແມ່ນກໍ່ສ້າງ ແລະ ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນ ຈົນຮອດມະຫາວິທະຍາໄລ ໃຫ້ນັບມື້ນັບມີຄູນນະພາບທີ່ສູງຂຶ້ນ. ຄືດັ່ງທີ່ພວກເຮົາຮຸ້ນໍາກັນແລ້ວວ່າ ຍຸກປັດຈຸບັນ ແມ່ນຍຸກເຕັກໂນໂລຊີ ທີ່ທັນສະໄໝ, ຍຸກເສດຖະກິດແຫ່ງ ພູມປັນຍາ ແລະ ຍຸກແຫ່ງການເຊື່ອມໂຍງເຂົ້າຫາກັນ, ພ້ອມດຽວກັນນີ້ ສະພາບແວດລ້ອມຂອງພາກພຶ້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສະຫລັບສັບຊ້ອນ ລວມທັງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດຕ່າງໆ ສະພາບແວດລ້ອມ ແລະ ການປ່ຽນແປງດັ່ງກ່າວ, ກໍຈະມີທັງກາລະໂອ ກາດທີ່ເອື້ອອໍານວຍ, ມີທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ຕໍ່ການພັດທະນາຊັບພະຍາກອນມະນຸດຢູ່ປະເທດເຮົາ. ໃນພຶດຕິກໍາຕົວຈິງໃນໂລກນີ້ ໄດ້ຊີ້ບອກໃຫ້ ພວກເຮົາເຫັນແລ້ວວ່າ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງຈະເລີນ ຍ່ອມມີຄວາມຮຽກຮ້ອງ ຕ້ອງການຊັບພະຍາກອນມະນຸດ (ຄົນ) ທີ່ມີຄນຸນະພາບ. ສະນັ້ນ, ມັນເລັ່ງທວງໃຫ້ຄູ-ອາຈານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການສອນ ຂອງຕົນໃຫ້ສູງຂຶ້ນ. ຄູຕ້ອງພັດທະນາວິທີການສິດສອນຂອງຕົນຢ່າງຫລາກຫລາຍວິທີ, ບໍ່ມີວິທີການ ສິດສອນໃດທີ່ດີ ເປັນຫລັກການຕາຍຕົວ. ນອກຈາກການສິດສອນ ທີ່ເຮັດໃຫ້ຜູ້ຮຽນມີຄວາມຮູ້ ທີ່ໄດ້ກໍານົດໄວ້ໃນ ຫລັກສູດ ຂອງຊັ້ນຮຽນນັ້ນໆ ທັງສາມາດນຳເອົາຄວາມຮູ້ທີ່ໄດ້ຈາກການສອນຂອງຄູນັ້ນ ໄປນໍາໃຊ້ ໄດ້ໃນພາກປະຕິບັດຕົວຈິງ, ສາມາດສ້າງງານ ດ້ວຍຕົນເອງ ແລະ ແກ້ໄຂບັນຫາດ້ວຍຕົນເອງໄດ້. ຂໍອວຍພອນໄຊອັນປະເສີດ ມາຍັງບັນດາ ຄູ-ອາຈານສອນ, ທັງຍິງ ແລະ ຊາຍ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ
Editor: ກຳປານາດ ລັດຖະເຮົ້າ