ກອງປະຊຸມໃຫຍ່ຄັ້ງທີ 2 ຂອງສະຫະພັນກຳມະບານ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ໄດ້ສຳເລັດລົງຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2017 ຜ່ານມານີ້, ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ຄຳສີ ແພງສະຫວັນ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງໄຊຍະບູລີ, ທ່ານ ຄຳຫຼ້າ ຜິວວັນນາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ທັງເປັນ ປະທານສະຫະພັນກຳມະບານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີແຂກຖືກເຊີນ ຕະຫຼອດຮອດ ຜູ້ແທນກອງປະຊຸມເຂົ້າຮ່ວມ 220 ກ່ວາສະຫາຍ.
ໃນກອງປະຊຸມຄັ້ງນີ້: ໄດ້ຕົກລົງຮັບຮອງເອົາເນື້ອໃນທີ່ສຳຄັນ ແລະ ເປັນເອກະພາບກັນ ເປັນຕົ້ນ: ແມ່ນໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງແຜນການ ຂອງສະຫະພັນກຳມະບານພະແນກ ກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ( ປີ 2017-2020 ), ຍູ້ແຮງຂະບວນການແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບ 4 ບຸກທະລຸຂອງພັກ ແນໃສ່ຈັດຕັ້ງປະຕິບັດຕາມ 3 ເສົາຄໍ້າ , 4 ແຜນງານໃຫຍ່ ທີ່ກະຊວງກະສິກໍາ ແລະ ປ່າໄມ້ວາງອອກ, ສືບຕໍ່ກໍ່ສ້າງສະມາຊິກກໍາມະບານພັດທະນາຄວາມຮູ້, ຄວາມສາມາດໃຫ້ສູງຂື້ນ ເພື່ອຮັບໃຊ້ການພັດທະນາວຽກງານ ກະສິກຳ ແລະ ປ່າໄມ້, ສືບຕໍ່ຄົ້ນຄ້ວາຊອກແຫຼ່ງລາຍຮັບ ດ້ວຍຫຼາຍວິທີການທີ່ຖືກຕ້ອງ ສອດຄ່ອງ ກັບລະບຽບກົົດໝາຍ ເພື່ອປະຕິບັດພາລະບົດບາດ ໃນການປົກປ້ອງ ສິດຜົນປະໂຫຍດ ແລະ ການປະຕິບັດນະໂຍບາຍຕ່າງໆ, ພ້ອມກັນນີ້ ສະມາຊິກກຳມະບານ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກຳມະບານ ຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ 15 ສະຫາຍ , ຍິງ 4 ສະຫາຍ ແລະ ເລືອກເອົາ 11 ສະຫາຍ, ຍິງ 3 ສະຫາຍກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບກັນ ເລືອກເອົາ ທ່ານ ຄຳພຸດ ອິນທະວົງ ເປັນປະທານ, ທ່ານ ຄຳມ່ວນ ບຸນຍາວົງ ເປັນຮອງປະທານ, ທ່ານ ສົມປອງ ຈິດຕະວົງ ເປັນຄະນະ ແລະ ທ່ານ ນາງ ຄຳຜົງ ພິລາຈັນ ເປັນປະທານກວດກາຊຸດໃໝ່,ຄຽງຄູ່ກັນນີ້ ໃນກອງປະຊຸມກໍ່ໄດ້ ປ່ອນບັດຄັດເລືອກເອົາຄະນະຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂັ້ນເທິງ ເຊິ່ງມີຜູ້ສະໝັກ 11 ສະຫາຍ, ຍິງ 3 ສະຫາຍ ໃນນີ້ ເລືອກເອົາ 9 ສະຫາຍ, ຍິງ 2 ສະຫາຍຕື່ມອີກ, ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ຄຳສີ ແພງສະຫວັນ ກຳມະການພັກແຂວງ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊີ່ງນອກຈາກໄດ້ສະແດງຄໍາຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດມາໄດ້ແລ້ວ ສະຫາຍ ກໍ່ໄດ້ເນັ້ນໜັກ ໃຫ້ຄະນະພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ ທີ່ເຮັດວຽກນຳພາອົງການກຳມະບານ ຕ້ອງໄດ້ເພີ່ມທະວີ ຄວາມຮັບຜິດຊອບດ້ານການເມືອງຂອງຕົນ ເປັນຕົ້ນແມ່ນ: ສືບຕໍ່ເອົາໃຈໃສ່ກໍ່ສ້າງໜ່ວຍພັກເຂັ້ມແຂງ, ປອດໃສ ແລະ ໜັກແໜ້ນ ເພື່ອສາມາດປະຕິບັດພາລະບົດບາດ ເປັນແກນນໍາຂອງລະບົບການເມືອງຢູ່ຮາກຖານ, ເອົາໃຈໃສ່ ວຽກງານປ້ອງກັນພາຍໃນ, ຕິດຕາມກວດກາການປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ, ມີແບບແຜນວິທີນໍາພາຖືກຕ້ອງ, ມີຫົວຄິດປະດິດສ້າງ ແລະ ແທດເໝາະກັບສະພາບຕົວຈິງ.
ຕອນທ້າຍກອງປະຊຸມ ທ່ານ ຄໍາຫຼ້າ ຜິວວັນນາ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ທັງເປັນ ປະທານສະຫະພັນກຳມະບານ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ກ່າວປິດກອງປະຊຸມໃຫຍ່ຄັ້ງທີ 2 ຂອງສະຫະພັນກຳມະບານພະແນກ ກະສິກຳ ແລະ ປ່າໄມ້ແຂວງຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ