ໃນຕອນເຊົ້າຂອງ ມື້ວານນີ້ເອງ ທີ່ ໂຮງຮຽນ ມສ ໜອງບອນ ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ ຂື້ນ. ໂດຍມີ ອໍານວຍການ ພ້ອມດ້ວຍຄະນະ, ຄູ - ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຖ້າເວົ້າເຖິງປະຫວັດຄວາມເປັນມາຂອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ກໍຕ້ອງເວົ້າເຖິງ ທ້າວຄໍາ ຫຼື ນາຍຄູ ຄໍາ ຊຶ່ງເປັນຄົນທີ່ມີນໍ້າໃຈຮັກເຊື້ອ - ແພງຊາດ ອັນສູງສົ່ງ, ເປັນຜູ້ນໍາຂະບວນການຕໍ່ສູ້ ໃນໄລຍະທີ່ ລາວເຮົາຖືຮຸກຮານ ທີ່ ວຽງຈັນ ໃນປີ 1920 ແລະ ເປັນຕົ້ນແບບທີ່ດີຂອງຄູ ແຕ່ອາດີດຈົນເຖິງປະຈຸບັນ ສະນັ້ນ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານຂອງ ປະຊາຊົນ ພາຍໃຕ້ການນໍາພາຂອງ ນາຍຄູຄໍາ ນັ້ນ ພັກ ແລະ ລັດຖະບານຈຶ່ງໄດ້ກໍານົດເອົາ ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດຕະຫຼອດມາ.
ນອກນັ້ນ ໃນພິທິຍັງໄດ້ມີການສະເໜີ ສະພາບລວມ ແລະ ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາຂອງ ໂຮງຮຽນ ມສ ໜອງບອນ ເຊິງໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວວຽກງານຕົວຈິງ ໃນໄລຍະສົກຮຽນ 2016 – 2017 ຜ່ານມາ ສາມາດສະຫຼຸດຕີລາຄາການຈັດຕັ້ງປະຕິບັດ ຫນ້າທີ່ຂອງຄູອາຈານ ແລະ ນ້ອງນັກຮຽນໄດ້ຕາມແຜນ ພັດທະນາການຮຽນການສອນ ເຊິ່ງໄດ້ເອົາໃຈໃສ່ໃນການສ້າງຄູ ແລະນ້ອງນັກຮຽນ ໃຫ້ມີຄວາມຮູ້ຄວາມສາມາດ, ມີການຈັດຕັ້ງສອນບໍາລຸງໃຫ້ນັກຮຽນທຸກໆຊັ້ນ ໃນຊົ່ວໂມງທີ 7 ເພື່ອເປັນການບໍາລູງນັກຮຽນອ່ອນ, ມີການຈັດສົ່ງຄູອາຈານໄປຍົກລະດັບຄວາມຮູ້ ໃນສາຍພາສາອັງກິດ, ພາສາຈີນ, ພາສາຍີ່ປຸ່ນ, ກິລາ ແລະ ຄອມພິວເຕີ້. ສາມາດປະຕິບັດໄດ້ ຜົນການສອບເສັ່ງ ມ4 ແລະ ມ7 ໄດ້ 100 ສ່ວນຮ້ອຍ ແລະ ໄດ້ສຶກສາອົບຮົມ ແນວຄິດຄຸນສົມບັດໃຫ້ນັກຮຽນຢ່າງເປັນປົກກະຕິ ແລະ ປະຕິບັດຕາມ ການຊີ້ນໍາ - ນໍາພາຂອງກະຊວງສືກສາທິການ ແລະ ກິລາວາງອອກ.
ສໍາລັບບັນຍາກາດ ໃນການ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ ກໍ່ເຕັມໄປດ້ວຍຄວາມປິຕິຊົມຊື່ນ ບັນດານ້ອງນັກຮຽນໃນແຕ່ລະຄົນ ກໍ່ໄດ້ນໍາເອົາຂອງຂັວນ, ດອກໄມ້ ແລະ ຂອງທີ່ລະນຶກຕ່າງໆ ມາມອບໃຫ້ແກ່ຄູ - ອາຈານ ພ້ອມທັງອວຍພອນ ເນື່ອງໃນໂອກາດ ວັນຄູແຫ່ງຊາດ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ