ໃນວັນທີ 3 ຕຸລາ 2017 ກະຊວງສທາລະນະສຸກ ກໍຄື ສະມາຄົມແພດເດັກ, ກົມອານາໄມ ຮ່ວມກັບອົງການ ຢູນີເຊບ ປະຈໍາລາວ ໄດ້ຈັດກອງປະຊຸມ ອະນຸກໍາມະການ ວິຊາການດ້ານການ ດູແລ ແລະ ປີ່ນປົວເດັກ. ຂື້ນທີ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານນາງ ດຣ ໄກສອນ ຈຸນລະມະນີ ຮອງຫົວຫນ້າກົມອານາໄມ - ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ທ່ານ ຮອງສາດສະດາຈານ ດຣ. ຄໍາເປ ພົງສະຫວັດ ອໍານວຍການໂຮງໝໍເຊດຖາທິຣາດ ປະທານສະມາຄົມແພດເດັກ. ພ້ອມດ້ວຍ ຜູ້ຕາງຫນ້າຈາກອົງການ ຢູນີເຊບ ແລະ ວິຊາການດ້ານການດູແລ ແລະ ປີ່ນປົວເດັກ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຈັດຂື້ນ ເພື່ອເປັນການທົບທວນຄືນກອບການຕິດຕາມປະເມີນຜົນ ແຜນການຈັດຕັ້ງປະຕິບັດວຽງານ ອະນຸກໍາມະການ ວິຊາການດ້ານການດູແລ ແລະ ປີ່ນປົວເດັກ ພ້ອມທັງ ຄົ້ນຄົ້ວ-ປືກສາຫາລື ເພື່ອສ້າງແຜນຕິຕາມ ກວດກາ ແລະ ປະເມີນຜົນໃຫ້ຊັດເຈນ ເພາະສິ່ງທີ່ພົບເຫັນໃນປະຈຸບັນແມ່ນ ຍັງບໍ່ມີລະບົບຕິດຕາມການຕາຍຂອງເດດັກ, ບໍ່ທັນມີແບບຟອມເກັບກໍາ ແລະ ລາຍງານການຕາຍຂອງເດັກທີ່ເປັນເອກກະພາບກັນ, ການລາຍງານສະທິຕິການຕາຍຂອງເດັກຍັງບໍ່ເປັນລະບົບ ບໍ່ຕໍ່ເນື່ອງ ແລະ ມີບາງແຂວງທີ່ບໍ່ລາຍງານ, ການບົ່ງມະຕິສາເຫດການຕາຍຂອງເດັກ ຂອງສະຖານທີ່ບໍ່ລິການບໍ່ຊັດເຈນ ເຮັດໃຫ້ການເກັບກໍາຂໍ້ມູນການຕາຍ ແລະ ສາເຫດການຕາຍຂອງເດັກໃນ ສປປລາວ ຍັງບໍ່ເປັນລະບົບເທົ່າທີ່ຄວນ.
ສະນັ້ນນທາງ ກະຊວງສາທາລະນະສຸກ ກໍຄື ພາກສ່ວນກ່ຽວຂ້ອງ ຂຶ່ງຈັດກອງປະຊຸມຄັ້ງນີ້ ເພື່ອຊອກຫາທິິດທາງໃນການປັບປຸງ ແກ້ໄຂບັນ ບັນຫາດ້ານການດູແລ ແລະ ປີ່ນປົວເດັກ ແລະ ແບ່ງຄວາມຮັບຜິດຊອບ ໃນການເກັບກໍາຂໍ້ມູນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ເຮັດໃຫ້ວຽກງານ ການດູແລ ແລະ ປີ່ນປົວເດັກໃນ ສປປລາວ ດີຂື້ນເປັນກ້າວໆ.
Editor: ກຳປານາດ ລັດຖະເຮົ້າ