ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນວັນທີ 3 ຕຸລາ ທີ່ຜ່ານມາ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ວິທະຍາເຂດດົງໂດກ, ໂດຍພາຍໃຕ້ການເປັນປະທານ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ປະທານຊີ້ນໍາໂຄງການຈາບີ ຂັ້ນສູນກາງ ເຂົ້າຮ່ວມມີຫົວຫນ້າກົມ, ຮອງກົມ, ຫົວຫນ້າສູນ, ສະຖາບັນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ຜູ້ຕາງຫນ້າອົງການຮ່ວມມື ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມປະທານຊີ້ນໍາໂຄງການຈາບີ ຂັ້ນສູນກາງ ໄດ້ກ່າວວ່າ: ໂຄງການພັດທະນາລະບົບນິເວດຊີວະນານາພັນກະສິກຳ ຢູ່ເຂດພູດອຍ ຂອງ ສປປ ລາວ ແມ່ນໄດ້ຮັບການສະຫນັບສະຫນູນຈາກອົງການ SDC ກໍຄືລັດຖະບານແຫ່ງປະເທດສະວິດສະແລນ ໂດຍໄດ້ສະຫນັບສະຫນູນໂຄງການຕາບີ ໃນການດຳເນີນວຽກງານພັດທະນາ ແລະ ຟື້ນຟູຊີວະນານາພັນ ກະສິກຳແບບຍືນຍົງ ປະກອບສ່ວນ ເຂົ້າໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນບັນດາເຜົ່າ ໃນຂົງເຂດພູດອຍ ຂອງປະເທດລາວ.
ສຳລັບກອງປະຊຸມ ຄັ້ງທີ 9 ນີ້ ໄດ້ມີການຕິລາຄາ ແລະ ຍັ້ງຍືນວ່າ ໂຄງການພັດທະນາລະບົບນິເວດຊີວະນານາພັນກະສິກຳ ຫລື ໂຄງການຕາບີ ແມ່ນມີຄວາມຫມາຍສຳຄັນ ຕໍ່ການຜັນຂະຫຍາຍການຈັດຕັ້ງປະຕິບັດຕາມທິດທາງ-ແນວທາງ ແລະ ນະໂຍບາຍ ຂອງພັກ ແລະ ລັດຖະບານ ແນໃສ່ເຮັດໃຫ້ການປົກປັກຮັກສາ ຟື້ນຟູ ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນຊິວະນານາພັນກະສິກຳ ໃຫ້ມີຄວາມຍືນຍົງ ໄປຕາມທິດພັດທະນາສີຂຽວ ແລະ ຍັງເປັນເງື່ອນໄຂໃຫ້ແກ່ຄວາມສົມດຸນ ລະຫວ່າງ ຄຸນນະພາບຊີວິດຂອງປະຊາຊົນ ແລະ ຊັບພະຍາກອນຊີວະນານາພັນ ທຳມະຊາດ. ນອກຈາກນີ້, ໂຄງການດັ່ງກ່າວ ຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນທ້ອງຖິ່ນຈຸດສຸມ ລວມທັງຜູ້ປະກອບການຕ່າງໆ ພ້ອມກັນກ້າວໄປຢ່າງຖືກຕ້ອງຕາມທິດ ເຊັ່ນ: ອົງປະກອບທີ 1 ແມ່ນເນັ້ນໃສ່ເຮັດໃຫ້ຊີວະນານາພັນກະສິກຳ ໄດ້ເປັນການປະກອບສ່ວນເຂົ້າໃນການຄ້ໍາປະກັນສະບຽງອາຫານ ແລະ ໂພສະນາການ, ເຮັດການພັດທະນາຕ່ອງໂສ້ມູນຄ່າ ຕິດພັນກັບການຕະຫລາດ. ສ່ວນອົງປະກອບທີ 2 ແມ່ນການວາງແຜນຈັດສັນຄຸ້ມຄອງນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ຕິດພັນກັບການປົກປັກຮັກສາຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ອົງປະກອບ ທີ 3 ແມ່ນເລັງໃສ່ເຮັດສັງລວມເອົາບົດຮຽນ ແລະ ຜົນສຳເລັດຕົວຈິງ ມາຖ່າຍທອດຄວາມຮູ້ ແລະ ຂໍ້ມູນຂ່າວສານ ເພື່ອເຜີຍແຜ່ຂະຫຍາຍອອກສູ່ວົງກວ້າງ.
ໂຄງການຕາບີ ຍັງໄດ້ເອົາໃຈໃສ່ຜັນຂະຫຍາຍປະຕິບັດຕາມທິດຊີ້ນຳ ໂດຍມີການຮ່ວມມືກັບບັນດາອົງການຈັດຕັ້ງພາກລັດ, ປະຊາຊົນບັນດາເຜົ່າ, ສະມາຄົມສົ່ງເສີມ ແລະ ຜູ້ປະກອບການຕ່າງໆ ຮ່ວມກັນປະຕິບັດ ວຽກງານແບບທະລຸລ່ວງ ລົງສູ່ທ້ອງຖິ່ນ ແລະ ຮາກຖານການຜະລິດຕົວຈິງ ເພື່ອຟື້ນຟູຍົກລະດັບການຜະລິດຊິວະນານາພັນກະສິກຳ ໃຫ້ກາຍເປັນທ່າແຮງ ທີ່ເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ເທື່ອລະກ້າວ. ສຳລັບໂຄງການ ຕາບີ ໄລຍະ 3 ແມ່ນເລີ່ມຈັດຕັ້ງປະຕິບັດ ນັບແຕ່ເດືອນພຶດສະພາ 2017 ເປັນຕົ້ນມາ ສຶບຕໍ່ໄປຈົນເຖິງ ທ້າຍເດືອນທັນວາ ປີ 2020 ເພື່ອຍົກລະດັບບົດບາດຄວາມສຳຄັນ ຂອງຊິວະນານາພັນກະສິກຳ ໃຫ້ເປັນແຜນງານ ແລະ ເພື່ອໃຫ້ຖືກພິຈາລະນາເຂົ້າໃນຂະບວນການຕັດສິນໃຈທາງດ້ານນະໂຍບາຍສູງຂື້ນ. ຮັບປະກັນຜົນສຳເລັດ ແລະ ມີຄຸນນະພາບແບບຍືນຍົງ ຍິ່ງໆຂື້ນ.
Editor: ກຳປານາດ ລັດຖະເຮົ້າ