ວັນທີ 02 ຕຸລາ 2017 ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ແຂວງສະຫວັນ ນະເຂດ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ເລຂາພັກເມືອງ, ເຈົ້າເມືອງເຊໂປນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ ໃໝ່ໄດ້ຈັດຂື້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ທອງທ່ຽງ ສີດາວົງ ກຳມະການປະຈຳພັກແຂວງ ຫົວໜ້າຈັດຕັ້ງແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຄະນະຫ້ອງການອ້ອມຂ້າງເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານປະຕິວັດອາວຸໂສບຳນານ, ສະຫະພັນແມ່ຍິງບ້ານ,ພໍ່ ແມ່ປະຊາຊົນພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນດາໄລ ເຄນນະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເຊໂປນ ຄົນເກົ່າໄດ້ຂື້ນລາຕຳແໜ່ງ ແລະ ພ້ອມທັງຮຽກຮ້ອງໃຫ້ການນຳເມືອງຄົນໃໝ່ ເອົາໃຈໃສ່ໃນການພັດທະທາງດ້ານເສດຖະກິດ-ສັງຄົມ, ທາງດ້າມຄົມມະນາຄົມ, ແລະ ວຽກງານພັກ-ລັດ ໃຫ້ມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດເພື່ອເຮັດໃຫ້ເມືອງເຊໂປນ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວ, ໃນກອງປະຊຸມກໍ່ໄດ້ຜ່ານຂໍ້ຕົກລົງເລກທີ 1723 ແລະ ເລກທີ 867 ຂອງທ່ານເຈົ້າແຂວງ ແລະ ຂອງຄະນະປະຈຳພັກແຂວງວ່າດ້ວຍແຕ່ງຕັ້ງ ທ່ານ ວົງໄຊ ໄຊຍະຈັກ ຜູ້ວ່າການເລຂາພັກເມືອງ ເຈົ້າເມືອງເຊໂປນຄົນໃໝ່ ແລະ ຂໍ້ຕົກລົງ ເລກກທີ 1719 ແລະ ເລກທີ 06 ຂອງທ່ານເຈົ້າແຂວງ ແລະ ຂອງຄະນະເລຂາສູນກາງພັກວ່າດ້ວຍຍົກຍ້າຍ ທ່ານ ບຸນດາໄລ ເຄນນະວົງ ກຳມະການພັກແຂວງ ອາດີດເຈົ້າເມືອງໆເຊໂປນ ໄປປະຈຳການຢູ່ພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານແຂວງ.
ຈາກນັ້ນ ທ່ານ ບຸນລຽບ ນຸ່ນວັນສີ ກໍາມະການພັກເມືອງ,ຫົວໜ້າຫ້ອງວາການປົກຄອງເມືອງເຊໂປນ ກໍ່ໄດ້ຂື້ນຜ່ານສັງລວມບົດສະຫຼຸບໂດຍຫຍໍ້ຂອງການຊີ້ນຳໆພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 02 ປີ 6 ເດືອນຜ່ານມາ ແລະ ວຽກງານສືບຕໍ່ຊີ້ນຳໆພາຈັດຕັ້ງປະຕິບັດໃນສະເພາະໜ້າຂອງອົງຄະນະພັກເມືອງເຊໂປນ, ໃນກອງປະຊຸມບັນດາແຕ່ລະຫ້ອງການຍັງໄດ້ມອບກະຕ່າຂອງຂວັນໃຫ້ການນຳຜູ້ເກົ່າ ແລະ ຜູ້ໃໝ່, ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ ທ່ານ ບຸນດາໄລ ເຄນນະວົງ ທີ່ໄດ້ເຄື່ອນໄຫວວຽກງານໃນໄລຍະຜ່ານມາທີ່ປະກອບສ່ວນວຽກງານຢູ່ເມືອງເຊໂປນ. ສຸດທ້າຍ ທ່ານ ທອງທ່ຽງ ສີດາວົງ ໄດ້ໃຫ້ກຽດຂື້ນມີຄຳເຫັນ ແລະ ໃຫ້ທິດເຍືອງທາງໄດ້ຮຽກຮ້ອງໃຫ້ບັນດາການນຳພ້ອມດ້ວຍພະນັກງານທຸກໆທ່ານຕ້ອງມີຄວາມສາມັກຄີກັນ, ມີການແບ່ງງານກັນຢ່າງຈະແຈ້ງວາງແຜນການໃຫ້ແທດເໝາະກັບວຽກງານຂອງຕົນຮັບຜິດ ຊອບໃຫ້ລະອຽດ, ສະຫຼຸບວຽກງານ ແລະ ຖອດຖອນບົດຮຽນ, ລົງຕິດຕາມກວດກາ ແລະ ຕຳນິສົ່ງຂ່າວໃຫ້ແທດເໝາະ ແລະ ສອດຂ້ອງກັບວຽກງານຕົວຈິ່ງ, ຮຽກຮ້ອງໃຫ້ບັນດາທ່ານການນໍາທຸກທ່ານມີຄວາມໜັກແໜ້ນເຂັ້ມແຂງ ແລະ ສ່ອງແສງລາຍງານຫາຂັ້ນເທິງໃຫ້ເປັນປົກກະຕິ.
ຫຼັງຈາກນັ້ນກໍ່ໄດ້ມີພິທີບາສີສູ້ຂວັນໃຫ້ການນຳຜູ້ເກົ່າແລະຜູ້ໃໝ່ ແລະ ຮ່ວມພາເຂົ້າສາມັກຄີ ແລະ ມ່ວນລໍາວົງຕາມຮີດຄອງປະເພນີອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ