ຕົ້ນເດືອນຕຸລາ 2017 ນີ້ ສານປະຊາຊົນສູງສຸດ ໄດ້ສົບທົບກັບຄະນະສານປະຊາຊົນເຂດ 2 ຈັດພິທີເຜີຍແຜ່ປື້ມຄູ່ມືແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການດຳເນີນຄະດີເດັກ ຂື້ນທີ່ສະໂມສອນບ້ານກ້ວາຍໝໍ້, ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທ່າງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ, ມີ ທ່ານ ຈັນທະລີ ດວງວິໄລ ຫົວໜ້າຄະນະສານແຮງງານຂອງສານປະຊາຊົນສູງສຸດ, ພ້ອມ ດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມທັງໝົດ 85 ຄົນ, ຍິງ 16 ຄົນ
ໃນພິທີ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ ໄດ້ຂື້ນໂອ້ລົມ ມີຄຳຄິດຄຳເຫັນກ່ອນອື່ນ ໝົດທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນໃນການຮຽນການສອນໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ ນຳຕໍ່ນັກສຳມະນາກອນ ຈົ່ງພ້ອມກັນຕັ້ງໃຈຮໍ່າຮຽນ, ສົນທະນາກັບວິທະຍາກອນໃຫ້ເຂົ້າໃຈຢ່າງເລິກ ເຊິ່ງເພື່ອນຳມາໃຊ້ເຂົ້າໃນວຽກງານຂອງຕົນເອງຮັບຜິດຊອບ ແລະ ກ່າວເປີດພິທີຢ່າງເປັນທາງການ.
ຈຸດປະສົງຄັ້ງນີ້ ເພື່ອເຮັດໃຫ້ສຳນັກງານອົງການທີ່ກ່ຽວຂ້ອງ ແລະ ຄະນະພັກຮາກຖານ ບ້ານໄດ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບກົດໝາຍວ່າດ້ວຍການດຳເນີນຄະດີເດັກໃຫ້ພ້ອມກັນນຳໄປ ຈັດຕັ້ງປະຕິບັດ ແລະ ເປັນການປະຕິບັດຕາມມະຕິ 10 ຂອງພັກປະຊາຊົນປະຕິວັດລາວກ່ຽວກັບ ການບຸກທະລຸໃນການພັດທະນາຊັບພະຍາກອນມະນຸດ ກໍ່ຄືແຜນຍຸດທະສາດແຫ່ງການພັດທະນາ ຊັບພະຍາກອນມະນຸດຂອງສານປະຊາຊົນ ທີ່ກຳນົດໄວ້ໃນ 5 ແຜນງານ, 12 ໂຄງການໂດຍສະ ເພາະແມ່ນແຜນງານທີ 2 ທີ່ເລັ່ງໃສ່ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານສານ ປະຊາຊົນ ໃນການຄົ້ນຄ້ວາພິຈາລະນາຄະດີໃຫ້ວ່ອງໄວ, ຖືກຕ້ອງ ແລະ ເປັນທຳ, ທັງເປັນການຮັບປະກັນສິດໃນການບຳລຸງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ຫຼັງຈາກນັ້ນ ທ່ານ ຈັນທະລີ ດວງວິໄລ ຫົວໜ້າຄະນະສານແຮງງານຂອງສານປະຊາຊົນສູງ ສຸດ ໄດ້ຂື້ນດໍາເນີນການຮຽນ-ການສອນ ເອກະສານຄູ່ມືແນະນໍາການນໍາໃຊ້ກົດໝາຍວ່າດ້ວຍການ ດຳເນີນຄະດີເດັກໃຫ້ຮູ້ອີກຕື່ມວ່າ: ກົດໝາຍ ວ່າດ້ວຍການດຳເນີນຄະດີເດັກປີ 2013 ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການ ດຳເນີນຄະດີເດັກມາຮອດ ປີ 2014 ປະທານປະເທດຈຶ່ງໄດ້ ປະກາດໃຊ້ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກທີ່ກະທຳຜິດ, ເດັກທີ່ຖືກເຄາະຮ້າຍ ແລະ ເດັກເປັນພະຍານໃນຄະດີອາຍາໃຫ້ ໄດ້ຮັບການປະຕິບັດຜູ້ກ່ຽວແບບສະເພາະໃນທຸກຂັ້ນຕອນຂອງການດຳເນີນຄະດີໃນການແກ້ໄຂຄະດີ ກ່ຽວກັບເດັກໜ່ວຍໄກ້ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ, ຫ້ອງການຍຸຕິທຳເມືອງ, ເຈົ້າໜ້າທີ່ຕຳຫຼວດ, ອົງການໄອຍາການ, ສານປະຊາຊົນ ແລະ ຜູ້ປົກຄອງຕ້ອງປະຕິບັດຕາມຂັ້ນຕອນ, ວິທີການແກ້ໄຂ ຄະດີເດັກຈຶ່ງໄດ້ສ້າງກົດໝາຍວ່າດ້ວຍການດຳເນີນຄະດີເດັກສະເພາະຕໍ່ເດັກທີ່ເປັນຜູ້ຖືກ ສົງໃສ, ຖືກຫາ ແລະ ຈຳເລີຍວ່າໄດ້ກະທຳຜິດທາງອາຍາ, ກົດໝາຍດັ່ງກ່າວຍັງໄດ້ກຳນົດໄວ້ວ່າເດັກຕ້ອງມີຄວາມ ຮັບຜິດຊອບຕໍ່ການກະທຳຂອງຕົນເຊິ່ງຮູ້ ແລະ ເຂົ້າໃຈຂອງການກະທຳດັ່ງກ່າວໃນເວລາດຳເນີນຄະດີເຈົ້າ ໜ້າທີ່ຕ້ອງປະຕິບັດຕໍ່ເດັກກະທຳຜິດດ້ວຍວິທີສະເພາະຄວາມຮັບຜິດຊອບຂອງເດັກຂື້ນກັບອາຍຸ ແລະ ປະເພດການກະທຳຜິດຂອງອາຍາຊຶ່ງການແກ້ໄຂຄະດີມີ 2 ຮູບການຄື: ການແກ້ໄຂທາງດ້ານບໍລິການ ແລະ ຕາມຂະບວນການຍຸຕິທຳ. ເອກະສານທີນຳມາສອນຄັ້ງນີ້ ປະກອບດ້ວຍ: ເອກະສານການໄກ່ເກ່ຍ ຄະດີເດັກ, ທະນາຍຄວາມ ຫຼື ຜູ້ປົກປ້ອງອື່ນ, ອົງການສືບສວນ, ນັກສັງຄົມສົງເຄາະ ແລະ ຜູ້ປະສານອື່ນໆ, ປື້ມຄູ່ມືແນະນຳສຳລັບ ສານເດັກ ຫຼື ຄະນະສານເດັກ ແລະ ເອກະສານອື່ນໆທີ່ ກ່ຽວພັນກັບເດັກ, ພິທີດັ່ງກ່າວຈະໄດ້ດຳເດີນໄປຈົນຮອດວັນທີ 4 ຕຸລາ 2017 ຈຶ່ງສຳເລັດລົງ.
Editor: ກຳປານາດ ລັດຖະເຮົ້າ