ໃນວັນທີ 3 ຕຸລາ 2017 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດ ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ ຂື້ນ ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປະລີນຍາເອກ ສີນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ການນໍາກະຊວງ, ຫົວຫນ້າພະແນກ - ອະດີດການນໍາ ກະຊວງສຶກສາທິການ ແລະ ກິລາ, ແຂກທີ່ຖືກເຊີນ, ຄູ - ອາຈານ ແລະ ນັກຮຽນ-ນັກສຶກສາ ທັງພາກລັດ ແລະ ເອກກະຊົນ ທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຊົມພູ ແກ້ວປັນຍາ ຫົວຫນ້າພະແນກສຶກທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ຂື້ນລາຍງານປະຫວັດຄວາມເປັນມາຂອງ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ແລະ ຜົນງານຂອງຂະແໜງສຶກສາທິການ ໃນໄລຍະຜ່ານມາ ຊຶ່ງເປັນທີ່ຍອມຮັບໂດຍທົ່ວໄປແລ້ວວ່າ: ຄູ ເປັນຜູ້ທີ່ມີຖານະບົດບາດ ທີ່ທໍາຫນ້າທີ່ເປັນເຈົ້າການ ໃນການຖ່າຍທອດວິຊາຄວາມຮູ້ຕ່າງໆ ໃຫ້ແກ່ຜູ້ອື່ນ ຫຼື ລູກສິດ, ຄູ ເປັນເຄື່ອງມືຮັບໃຊ້ຫນ້າທີ່ ໃນການພັດທະນາບຸກຄົນໃນສັງຄົມ ໃຫ້ມີຄວາມຈະເລີນງອກງາມ ເຊິ່ງຖືກັນວ່າ: ເປັນຊັບພະຍາກອນທີ່ ມີຄວາມສໍາຄັນຕໍ່ການດໍາເນີນງານຂອງ ຂະແໜງສຶກສາ, ຄູ ເປັນຜູ້ທີ່ຮອບຮູ້ ທັງຄວາມຮູ້ ແລະ ຄວາມສາມາດ ທີ່ມີທັດສະນະຄະຕິ ທີ່ຖືກຕ້ອງ ແລະ ມີທັກສະຄວາມຊໍານານສູງສົ່ງ. ຖ້າຫວນຄືນເບິ່ງປະຫວັດສາດ ຄວາມເປັນມາຂອງຄູ ຢູ່ໃນປະເທດລາວຂອງພວກເຮົາ ກໍຕ້ອງເວົ້າເຖິງ ທ້າວຄໍາ ຫຼື ນາຍຄູ ຄໍາ ຊຶ່ງເປັນຄົນທີ່ສະຫຼາດ, ມີຄວາມຮັບຮູ້ສູງ ພ້ອມນັ້ນກໍມີນໍ້າໃຈຮັກເຊື້ອ - ແພງຊາດ ອັນສູງສົ່ງ ຕະຫຼອດໄລຍະການສິດສອນ ທ່ານໄດ້ສຶກສາອົບຮົມພະສົງ, ນັກຮຽນ ແລະ ປະຊາຊົນລາວທຸກຄົນ, ຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ເປັນຜູ້ນໍາຂະບວນການຕໍ່ສູ້ ໃນໄລຍະທີ່ ລາວເຮົາຖືຮຸກຮານ ທີ່ ວຽງຈັນ ໃນປີ 1920 , ສະນັ້ນ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານຂອງ ປະຊາຊົນພາຍໃຕ້ການນໍາພາຂອງ ນາຍຄູຄໍາ ນັ້ນ ພັກ ແລະ ລັດຖະບານຈຶ່ງໄດ້ກໍານົດເອົາ ວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດຕະຫຼອດມາ.
ນອກນັ້ນໃນພິທີ ທ່ານ ຊົມພູ ແກ້ວປັນຍາ ຍັງໄດ້ຍົກໃຫ້ເຫັນ ຜົນງານຂອງຂະແໜງສຶກສາທິການ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ເຫັນວ່າ ໃນສົກປີ 2016 – 2017 ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນເພີ່ມຂື້ນທັງໝົດ 38 ແຫ່ງ ໃນນັ້ນມີໂຮງຮຽນລ້ຽງເດັກ 24 ແຫ່ງ, ປະຖົມ 6 ແຫ່ງ ແລະ ມົດຖະຍົມ 8 ແຫ່ງ, ອັດຕາການເຂົ້າຮຽນຂອງເດັກ ອາຍຸ ລຸ່ມ 5 ປີ ທຽບໃສ່ສົກປີຜ່ານມາເພີ່ມຂື້ນ 2,70 ສ່ວນຮ້ອຍ, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ເພີ່ມຂື້ນ 0,2 ສ່ວນຮ້ອຍ, ອັດຈາເຂົ້າຮຽນຊັ້ນມັດທະຍົມ ຕອນຕົ້ນ ເພີ່ມຂື້ນ 2,73 ສ່ວນຮ້ອຍ ແລະ ຊັ້ນມັດຖະຍົມຕອນປາຍ ເພີ່ມຂື້ນ 6 ສ່ວນຮ້ອຍ. ພ້ອມນັ້ນ ໂຄງການສົ່ງເສີມສຸຂະພາບດີ ໃນໂຮງຮຽນອະນຸບານ - ປະຖົມ ນະຄອນຫຼວງວຽງຈັນ ກໍ່ໄດ້ເປັນແບບຢ່າງ ໃນທົ່ວປະເທດ ແລະ ສາມາດຍາດໄດ້ລາງວັນນັກຮຽນເກັ່ງ ລະດັບປະເທດ. ພ້ອມນັ້ນຍັງໄດ້ວາງຄາດໝາຍສູ້ຊົນ ໃນສົກປີຕໍ່ຫນ້າ 2017 – 2018 ເຊິ່ງຈະສູ້ຊົນໃຫ້ອັດຕາການເຂົ້າຮຽນຂອງເດັກລຸ່ມ 5 ປີເພື່ມຂື້ນ, ໃຫ້ອັດຕາການເຂົ້າຮຽນຊັ້ນປະຖົມ ໃຫ້ຢູ່ໃນລະດັບ 100 ສ່ວນຮ້ອຍ ແລະ ພະຍາຍາມຫຼຸດຜ່ອນອັດຕາການຄ້າງຫ້ອງ, ການປະລະການຮຽນ, ພ້ອມນັ້ນຈະສືບຕໍ່ ສູ້ຊົນ ຈັດຕັ້ງການບໍາລຸງຊັ້ນມັດຖະຍົມຕອນຕົ້ນ.
ຕອນປາຍ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ຊາວໜຸ່ມ - ຍິງໜຸ່ມ ໃນດ້ານຕ່າງໆ, ນອກຈາກນັ້ນກໍຈະໄດ້ເອົາໃຈໃສ່ສ້າງ ໂຮງຮຽນຕົວແບບ ຄຸນນະພາບ ນັບແຕ່ຊັ້ນອະນຸບານ ຈົນເຖິງ ມັດຖະຍົມຕອນປາຍ, ເອົາໃຈໃສ່ປະຕິບັດການເລື່ອນຂັ້ນແບບຕໍ່ເນື່ອງ, ສືບຕໍ່ສ້າງໂຮງຮຽນຂຽວສະອາດ ແລະ ມີຄຸນະພາບ, ປັບປຸງໂຮງຮຽນຕ່າງໆ ທີ່ ມີຫ້ອງຮຽນຄອມພິວເຕີ້ ເພື່ອໃຫ້ສາມາດຮັບໃຊ້ການຮຽນ - ການສອນຂອງ ຄູ ແລະ ນັກຮຽນ ໃຫ້ໄດ້ດີກົ່ວເກົ່າ ລວມທັງສູ້ຊົນ ຈັດຕັ້ງບໍາລຸງຍົກລະດັບວິຊາສະເພາະ ໃຫ້ແກ່ ຄູ - ອາຈານ ແລະ ຜູ້ບໍລິຫານການສຶກສາ ໃຫ້ໄດ້ຢ່າງທົ່ວເຖິງ.
Editor: ກຳປານາດ ລັດຖະເຮົ້າ