ການສະເຫລີມສະຫລອງງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2017 ທີ່ທ່າວັດຈັນ, ເມືອງຈັນທະບູລີ ແມ່ນເປັນອີກຫນຶ່ງງານບຸນປະຈໍາຊາດ ຂອງລາວເຮົາ ທີ່ສຶບທອດປະຕິບັດກັນມາ ເປັນປະຈຳ ໃນທຸກໆປີ ແລະ ປີນີ້ກໍ່ເປັນອີກປີຫນຶ່ງ ທີ່ສຸມໃສ່ໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ງານດັ່ງກ່າວ ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ໂດຍເປີດກວ້າງໃຫ້ສັງຄົມໄດ້ມີສ່ວນຮ່ວມຫລາຍຂື້ນ. ດັ່ງນັ້ນມາໃນວັນທີ 2 ຕຸລາ 2017 ນີ້ ທີ່ສຳນັກງານປົກຄອງເມືອງຈັນທະບູລີ ໄດ້ມີພິທີມອບ-ຮັບ ເງິນອຸປະຖຳ ຈາກພາກສ່ວນຕ່າງໆ ໃນສັງຄົມ ບໍລິສັດ, ຫ້າງຮ້ານ ໄດ້ປະກອບສ່ວນ ຢ່າງເປັນຂະບວນຟົດຟື້ນ.
ໃຫ້ກຽດ ຮັບໂດຍ ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ໂດຍມີ ພາກສ່ວນທີ່ໃຫ້ການອຸປະຖຳ ແລະ ສື່ມວນຊົນເຂົ້າຮ່ວມ. ຈຸດປະສົງ ຂອງງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ປະເພນີ ທ່າວັດ ເພື່ອປົກປັກຮັກສາເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮິດຄອງປະເພນີອັນດີງາມຂອງຊາດລາວ, ກໍ່ຄືນະຄອນຫລວງວຽງຈັນ ທີ່ສຶບທອດມາແຕ່ບູຮານນາການ. ຮັບປະກັນງານບຸນໃຫ້ມີຄວາມເບີກບານມ່ວນຊື່ນ, ມີບັນຍາກາດຟົດຟື້ນໃນສັງຄົມ ນັບທັງສີລິປະວັນນະຄະດີ, ການແຂ່ງຂັນເຮືອປະເພດຕ່າງໆ, ພ້ອມກັນນັ້ນ ຄວາມສະຫງົບປອດໄພ, ການສົ່ງເສີມການຄ້າ-ຂາຍອື່ນໆ. ປີນີ້ ງານບຸນແມ່ນໄດ້ກຳນົດ ຢ່າງເປັນທາງການ ນັບແຕ່ວັນທີ 4-6 ຕຸລາ 2017 ສຳລັບວັນທີ 5 ຕຸລາ ເປັນມື້ອອກພັນສາ ບໍລິເວນທ່າວັດຈັນ ແມ່ນຈະປະ.
Editor: ກຳປານາດ ລັດຖະເຮົ້າ