ໃນລະຫວ່າງ ວັນທີ 2 ຫາ 4 ຕຸລາ 2017 ນີ້ ສູນກາງແນວລາວສ້າງຊາດ ໄດ້ເປີດກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 2 ສະໄຫມທີ 10 ຢ່າງເປັນທາງການ, ຂື້ນທີ່ສຳນັກງານສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປະລິນຍາເອກ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມ ມີຄະນະຮອງປະທານ, ຄະນະປະຈໍາ, ຜູ້ຕາງຫນ້າອົງການຈັດຕັ້ງມະຫາຊົນ, ປະທານແນວລາວສ້າງຊາດແຂວງແລະ ນະຄອນຫລວງ, ບັນດາພາກສ່ວນທີ່ກ່ຽວຂ້ອງ ອ້ອມຂ້າງສູນກາງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 2 ສະໄຫມທີ 10 ແມ່ນມີລັກສະນະວິຊາການ ເຊີ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງຜູ້ແທນແນວລາວສ້າງຊາດ, ກໍຄືກົດລະບຽບແນວລາວສ້າງຊາດ ສະໄຫມ ທີ 10 ເປັນຕົ້ນແມ່ນພ້ອມກັນສະຫລຸບຕິລາຄາການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳສູນແນວລາວສ້າງຊາດ ຕະຫລອດໄລຍະ 1 ປີຜ່ານມາ, ແລະ ກຳນົດທິດທາງແຜນການເຄື່ອນໄຫວ ໃນຕໍ່ຫນ້າ, ຄົ້ນຄວ້າ ແລະ ປຶກສາຫາລື ປະກອບຄຳເຫັນໃສ່ຮ່າງກົດຫມາຍວ່າດ້ວຍແນວລາວສ້າງຊາດ, ຄຳແນະນຳກ່ຽວກັບຂະບວນການສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ບົດປະກອບຄຳເຫັນຊອງອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມ ສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ບັນຫາອື່ນໆ. ເພື່ອເປັນຄວາມເອກະພາບ ແລະ ກ້າວໄປເຖິງການຈັດຕັ້ງປະຕິບັດຕົວຈິງ ຄະນະປະຈຳສູນກາງແນວລາວສ້າງຊາດ ໄດ້ຕົກລົງນຳສະເໜີ ໃນກອງປະຊຸມ ຄັ້ງນີ້
1/ ຮັບຟັງບົດສະຫລຸບການເຄື່ອນໄຫວ ຈອງຄະນະປະຈໍາສູນກາງແນວລາວສ້າງຊາດ ໃນສົກປີ 2016-2017 ແລະ ທິດທາງການເຄື່ອນໄຫວປີ 2017-2018
2/ ຟັງລາຍງານສະພາບວຽກງານສາສະຫນາ ຢູ່ ສປປ ລາວໃນໄລຍະ 1 ປີຜ່ານມາ
3/ ແນວຄວາມຄິດກ່ຽວກັບການແກ້ໄຂຄວາມທຸກຍາກ ຕິດພັນກັບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທົ່ວປວງຊົນ.
4/ ຟັງລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຄະນະທີ່ປຶກສາວຽກງານ ຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ ແລະ ຄະນະທີ່ປຶກສາ ສາສະຫນາ ຂອງສູນກາງແນວລາວສ້າງຊາດ
5/ ປະກອບຄໍາເຫັນຕໍ່ຮ່າງບົດຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຂຸດທີ 8
6/ ຜ່ານຮ່າງຄໍາແນະນໍາກ່ຽວກັບການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ
7/ ຜ່ານຮ່າງກົດຫມາຍວ່າດ້ວຍ ແນວລາວສ້າງຊາດ ( ສະບັບປັບປຸງ)
8/ ຮັບຟັງການສະເໜີຄໍາແນະນໍາ ກ່ຽວກັບການຈັດຕັ້ງປພຕິບັດກົດລະບຽບແນວລາວສ້າງຊາດ ສະໄຫມທີ 10
9/ ຟັງການສະເຫນີແນະນໍາ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານພົວພັນຕ່າງປະເທດຂອງແນວລາວສ້າງຊາດ ກ່ຽວກັບບົດຊ່ວຍຈໍາໂຄງການການຮ່ວມ ຂໍ້ຕົກລົງບົດບັນທຶກ ແລະ ບົດສັນຍາຮ່ວມມື ໃນໄລຍະ 2017-2020 ຂອງລາວ-ຫວຽດນາມ ແລະ ລາວ-ຫວຽດນາມ-ກຳປູເຈຍ.
Editor: ກຳປານາດ ລັດຖະເຮົ້າ