ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນເປັນເວລາ 2 ວັນ ລະຫວ່າງວັນທີ 28 ແລະ 29 ກັນຍາ 2017 ຜ່ານມານີ້, ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ມີ ທ່ານ ດຣ. ນາງ ໄກສອນ ຈຸນລະມະນີ ຮອງຫົວຫນ້າກົມອະນາໄມ ແລະ ກັນພະຍາດ, ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ມະນີ ທໍາມະວົງ ຮອງຫົວຫນ້າສູນສະຫນອງຢາ ແລະ ອຸປະກອນການແພດ, ທ່ານ ດຣ, ນາງ ກອບແກ້ວ ສຸພັນທອງ ຮອງຫົວຫນ້າສູນສຸຂະພາບ ແມ່ ແລະ ເດັກ, ກະຊວງສາທາລະນະສຸກ. ເຂົ້ານຮ່ວມ ມີຜູ້ຕາງຫນ້າທີ່ມາຈາກໂຮງຫມໍແຂວງ, ເມືອງ ໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບຈຸດປະສົງ ຫລັກ ຂອງການຈັດກອງປະຊຸມ ດັ່ງກ່າວ ກໍຄື:
1/ ທົບທວນຄຶນ ການສ້າງຄວາມເຂັ້ມແຂງ ການຄຸ້ມຄອງລະບົບພາລາທິການ ການຜະລິດຢາ ແລະ ອຸປະກອນວາງແຜນຄອບຄົວ.
2/ ເພື່ອສົນທະນາ ແລະ ແລກປ່ຽນເຊີ່ງກັນ ແລະ ກັນ, ຄວາມເປັນເອກະພາບໃນມາດຕະຖານຂອງການປະຕິບັດວຽກງານ ສຳລັບການຄຸ້ມຄອງລະບົບຕ່ອງໂສ້ ການສະຫນອງຜະລິດຕະພັນການວາງແຜນຄອບຄົວ.
3/ ເພື່ອເປັນການສົນທະນາ ຈຸດດີ-ຈຸດອ່ອນ ຂໍ້ຄົງຄ້າງ ເພື່ອຫລຸດຜ່ອນ ການຂາດເຂີນ ຢາ ພາຍໃນສາງ.
ສຳລັບຜູ້ເຂົ້າຮ່ວມ ທັງໝົດ ເກືອບ 50 ທ່ານ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ເຊັ່ນ: ຈາກກົມອະນາໄມ, ກົມອາຫານ ແລະ ຢາ, ກົມແຜນການ ແລະ ສະຖິຕິ, ສູນສະຫນອງຢາ ແລະ ອຸປະກອນການແພດ, ສູນສຸຂະພາບແມ່ ແລະ ເດັກ, ຫນ່ວຍງານສົ່ງເສີມສຸຂະພາບ ແມ່ ແລະ ເດັກ ພາຍໃນແຂວງ ໃນແຕ່ລະພາກ. ນອກຈາກນັ້ນ ຍັງມີວິຊາການແມ່ ແລະ ເດັກ ເຊີ່ງຮັບຜິດຊອບວຽກງານວາງແຜນຄອບຄົວ, ວິຊາການອາຫານ ແລະ ຢາ ຂັ້ນແຂວງ, ຜູ້ຕາງຫນ້າ ຈາກອົງການສະຫາປະຊາຊາດ ກອງທຶນສຳລັບປະຊາກອນ ຫລື UNFPA, ທະນາຄານໂລກ (World Bank), ອົງການ PIS, ອົງການ CHAI ແລະ ອົງການ WHO ເຊີ່ງຜູ້ເຂົ້າຮ່ວມແມ່ນຈະໄດ້ນໍາເອົາບົດຮຽນ ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, ພ້ອມນັ້ນ ແຂວງ ແລະ ເມືອງ ຕ້ອງຮັບປະກັນ ການລວມສູນລະບົບພາລາທິການ, ການຄຸ້ມຄອງຢາ ແລະ ຜະລິດຕະພັນວາງແຜນຄອບຄົວ, ຮັບປະກັນບໍ່ໃຫ້ມີຜະລິດຕະພັນວາງແຜນຄອບຄົວ ຫລື ຜະລິດຕະພັນຢາ ຂາດສາງໃນແຕ່ລະຂັ້ນ.
Editor: ກຳປານາດ ລັດຖະເຮົ້າ