ວັນທີ 29 ກັນຍາ 2017 ຜ່ານມາ ຢູ່ທີ່ ສູນການຄ້າ ລາວ-ໄອເຕັກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ຄະນະກໍາມາທິການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ 27 ກັນຍາ ແລະ ວັນຜູ້ອາຍຸສູງ 1 ຕຸລາ ປະຈໍາປີ 2017 ໂດຍການເປັນປະທານຂອງ ທ່ານ ປະລີນຍາເອກ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເຂົ້າຮ່ວມີບັນດາການນໍາກະຊວງ, ອົງການຈັດຕັ້ງກ່ຽວຂ້ອງ ພ້ອມທັງຜູ້ພິການ ແລະ ຜູ້ອາຍຸສູງເຂົ້າຮ່ວມຢ່າງຫຼວງຫລາຍ.
ການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ພາຍໃຕ້ຄໍາຂັວນ “ ກ້າວສູ່ສັງຄົມທີ່ຍືນຍົງ ແລະ ສະພາບແວດລ້ອມທີ່ດີ ເພື່ອໝົດທຸກຄົນ “ ແລະ ຄໍາຂັວນໃຫ້ແກ່ຜູ້ອາຍຸສູງ ຄື: ກ້າວສູ່ອານາຄົດທີ່ສົດໃສ, ຊົມໃຊ້ພອນສະຫວັນ, ປະກອບສ່ວນ ແລະ ການມີສ່ວນຮ່ວມຂອງຜູ້ອາຍຸສູງໃນສັງຄົມ, ໃນພິທີ ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ຍົກໃຫ້ເຫັນວ່າ ປະຈຸບັນໃນທົ່ວໂລກມີຈໍານວນຜູ້ພິການ ຫລາຍກວ່າ 1 ຕື້ຄົນ ຫຼື ປະມານ 15 ສ່ວນຮ້ອຍຂອງ ປະຊາກອນໂລກ ແລະ ອີງຕາມການປະເມີນຂອງ ອົງການສະຫະປະຊາຊາດໃນປີ 2017 ປະຊາກອນຜູ້ອາຍຸສູງ 60 ປີຂື້ນໄປ( 60+) ມີຈໍານວນ 962 ລ້ານຄົນ ເທົ່າກັບ 13 ສ່ວນຮ້ອຍ ຂອງປະຊາກອນທົ່ວໂລກ. ສໍາລັບສະທິຕິຄົນພິການຂອງລາວ ຕາມການສໍາຫຼວດ ເຫັນວ່າມີແນວໂນມເພີ່ມຂື້ນເທົ່າຕົວ ຈາກປີ 2005 ມີພຽງ 5.7000 ຄົນ ມາເປັນ 160.000 ຄົນ ໃນປີ 2015 ເທົ່າກັບ 2,8 ສ່ວນຮ້ອຍ ຂອງປະຊາກອນທັງໝົດໃນ ສປປ ລາວ. ສໍາລັບສະຖິຕິຜູ້ອາຍຸສູງ ມີປະມານ 297.000 ຄົນ ໃນປີ 2005 ມາເປັນ 422.000 ຄົນໃນປີ 2015 ເທົ່າກັບ 6,5 ສ່ວນຮ້ອຍ ຂອງປະຊາກອນທັງໝົດໃນ ສປປ ລາວ.
ຈາກການປະເມີນຍັງເຫັນວ່າ ພວກເຂົາເຫລົ່ານັ້ນ ຍັງປະເຊີນກັັບສິ່ງກີດຂວາງຕ່າງໆ ຍ້ອນໂຄງສ້າງຂອງສັງຄົມ, ເສດຖະກິດ, ທັດສະນະຄະຕິ, ທັງຂາດການມີສ່ວນຮ່ວມ ແລະ ຄວາມສະເໝີພາບ ຢູ່ໃນຄອບຄົວ ແລະ ສັງຄົມ, ເຫັນໄດ້ ການເຂົ້າເຖິງການສຶກສາ, ການປີ່ນປົວ ແລະ ຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ການມີວຽກເຮັດງານທໍາ, ການສະໜັບສະໜູນດ້ານນິຕິກໍາ ແລະ ການເຊື່ອມໂຍງຄົນພິການ ແລະ ຜູ້ອາຍຸສູງເຂົ້າໃນຂະບວນການພັດທະນາ ຍັງບໍ່ທັນທົ່ວເຖິງ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ ລັດຖະບານ ແຫ່ງ ສປປລາວ ໄດ້ມີຄວາມພະຍາຍາມ ໃນການປະຕິບັດພັນທະຂອງຕົນ ຕໍ່ສົນທິສັນຍາສາກົນ ວ່າດ້ວຍ ສິດທິຄົນພິການ ແລະ ແຜນປະຕິບັດງານສາກົນ ວ່າດ້ວຍຜູ້ອາຍຸສູງ ໂດຍໄດ້ສຸມໃສ່ໃຫ້ການຊ່ວຍເຫຼື່ອ ແລະ ພັດທະນາຄົນພິການ ຕາມຄວາມສາມາດທາງດ້ານເສດຖະກິດ - ສັງຄົມ ແລະ ການຮ່ວມມືກັບສາກົນ. ເພື່ອເຮັດໃຫ້ ຊີວິການເປັນຢູ່ຂອງຄົນພິການ ແລະ ຜູ້ອາຍຸສູງ ໄດ້ຮັບການປັບປູງດີຂື້ນເທື່ອລະກ້າວ ເຮັດໃຫ້ເຂົາເຂົ້າສາມາດຊ່ວຍເຫຼືອຕົນເອງ, ມີສ່ວນຮ່ວມໃນການພັດທະນາຄອບຄົວ ສັງຄົມ.
ນອກຈາກນັ້ນພາຍໃນພິທີ ສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ ໃນຄັ້ງນີ້ ຍັງມີການວາງສະແດງ ສີນຄ້າຂອງຄົນພິການ ແລະ ຜູ້ອາຍຸສູງ ແລະ ຍັງມີເຄື່ອງໃຊ້, ອາຫານ ແລະ ສີນຄ້າປະເພດຕ່າງໆ ພິເສດພາຍໃນງານ ກະຊວງສາທາລະນະສຸກໄດ້ຮ່ວມຈັດກິດຈະກໍາ ໂດຍໄດ້ນໍາເອົາແພດ - ໝໍ ຈາກໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ ແລະ ສູນການແພດ ຟື້ນຟູຫນ້າທີ່ການ, ເພື່ອກວດສຸຂະພາບ ໃຫ້ແກ່ຜູ້ພິການ ແລະ ຜູ້ອາຍຸສູງ ເພື່ອເຮັດໃຫ້ພວກເຂົາເລົ່ານັ້ນມີ ໄດ້ມີສຸຂະພາບ ແລະ ພາລານາໄມ້ທີ່ດີຂື້ນ.
Editor: ກຳປານາດ ລັດຖະເຮົ້າ