ກົມວັດທະນະທຳມະຫາຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບດຳລັດ ວ່າດ້ວຍການນຸ່ງຖືແຕ່ງກາຍຂອງພົນລະເມືອງລາວ ຂຶ້ນໃນວັນທີ 28 ກັນຍາ ຜ່ານມານີ້ ທີ່ກະຊວງ ຖວທ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັດທະນະທຳມະຫາຊົນ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສຳມະນາຄັ້ງນີ້, ຖືເປັນກອງປະຊຸມສຳມະນາວິຊາການ ແມ່ນໄດ້ສຸມໃສ່ ຄົ້ນຄ້ວາເນື້ອໃນຮ່າງດຳລັດ ການນຸ່ງຖື ການແຕ່ງກາຍ ຂອງພົນລະເມືອງລາວ ໃຫ້ສອດຄ່ອງ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ຮັກສາໄດ້ມູນເຊື້ອວັດທະນະທຳຂອງຊາດ. ຮັບປະກັນຄວາມເຂົ້າໃຈທີ່ເປັນເອກະພາບ ກັບການກຳນົດບັນດາຮູບແບບ, ປະເພດ, ລັກສະນະໃນການນຸ່ງຖື, ຕະຫຼອດຮອດນະໂຍບາຍສົ່ງເສີມ, ຂໍ້ຈຳກັດ ແລະ ຂໍ້ຫ້າມໃນການນຸ່ງຖື ແຕ່ງກາຍທີ່ບໍ່ສອດຄ່ອງ, ບໍ່ຈົບງາມ. ເນື່ອງຈາກວ່າໃນປັດຈຸບັນການນຸ່ງຖື ແຕ່ງກາຍຂອງຜູ້ຄົນຈຳນວນໜຶ່ງ ມີລັກສະນະເກີນຂອບເຂດ, ຂາດຄວາມເປັນເອກະລັກ, ຂາດຄວາມເປັນລະບຽບຮອບຮ້ອຍ ບໍ່ຄຳນຶງເຖິງວັດທະນະທຳ ຮີດຄອງປະອັນດີງາມຂອງຊາດ. ແຕ່ໃນດ້ານການນຸ່ງຖື ແຕ່ງກາຍ ມາຮອດປັດຈຸບັນ ຍັງມີດ້ານອ່ອນຄື: ການນຸ່ງຖືທີ່ເປີດແປນ, ນຸ່ງນ້ອຍ, ຫົ່ມນ້ອຍ ຫຼື ນຸ່ງຖືບໍ່ຖືກຕາມກາລະເທສະ. ນຸ່ງຖື ແຕ່ງໂຕ ຊ່ວງເສັງກັນ ແຂ່ງຖານະເງິນ-ຄຳ. ການນຸ່ງຖື ບໍ່ເປັນແບບຢ່າງ ຂອງຄອບຄົວ, ຂອງນັກສິນລະປິນ. ການນຸ່ງຖື ບໍ່ເໝາະສົມໃນສະຖານທີ່ສາທາລະນະ ແລະ ອື່ນໆ. ຍ້ອນບໍ່ທັນມີນິຕິກຳເປັນບ່ອນອີງທີ່ເປັນເອກະພາບ. ແຕ່ຖິງຢ່າງໃດກໍດີ, ໃນໄລຍະ ໃໝ່ນີ້ ພັກ ແລະ ລັດຖະບານ ໄດ້ຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກໃຫ້ບຸກຄົນ, ການຈັດຕັ້ງໃນທົວປະເທດພັດທະນາ ແລະ ສົ່ງເສີມວຽກງານວັດທະນະທໍາ. ກິດຈະກໍາຫຼາຍຮູບແບບຂອງການບໍລິການດ້ານວັດທະນະທຳ ໄດ້ຫັນໃຫ້ເປັນຂອງທົ່ວປວງຊົນ ນັບທັງການສົ່ງເສີມການຜະລິດ ປະດິດສ້າງ, ການອອກແບບເສື້ອຜ້າອາພອນ ເຄື່ອງນຸ່ງຫົ່ມ ແລະ ການຄ້າ-ການບໍລິການທາງດ້ານວັດທະນະທຳອື່ນໆ.
Editor: ກຳປານາດ ລັດຖະເຮົ້າ