ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ຂື້ນ ໃນລະຫວ່າງວັນທີ 21-23 ກັນຍາ 2017 ຢູ່ທີ່ ສູນໄອຊີທີຊີ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ບຸນປອນ ສີສຸລາດ ປະທານ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານນາງ ປິ່ງຄຳ ລາຊະສີມມາ ຮອງປະທານ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ຄຳຕັນ ທາດາວົງ ຫົວຫນ້າກົມເສດຖະກິດການຜະລິດ ພ້ອມນີ້ ຍັງມີຜູ້ຕາງຫນ້າ, ຫົວຫນ້າຂະແຫນງ, ຫນ່ວຍງານ, ພະນັກງານວິຊາການ ທີ່ມາຈາກສະພາແຫ່ງຊາດ, ກະຊວງກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫລຸບ ການເຄື່ອນໄຫວ ວຽກງານ ປະຈຳປີ 2017 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2018 ຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ລວມທັງການປະກອບຄຳຄິດເຫັນເຂົ້າໃສ່ບົດສະຫລຸບ ແລະ ແຜນເຄື່ອນໄຫວ ຂອງກຳມະທິການເສດຖະກິດ ນອກຈາກນັ້ນຍັງໄດ້ນຳສະເຫນີ ກ່ຽວກັບບົດສະເຫນີ ໂດຍຫຍໍ້ ກ່ຽວກັບການສ້າງ ແລະ ປັບປຸງກົດຫມາຍ ຈຳນວນ 6 ສະບັບ ໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຄື: ກົດຫມາຍສ້າງໃຫມ່ 3 ສະບັບ ໄດ້ແກ່ ຮ່າງກົດຫມາຍວ່າດ້ວຍການປ້ອງກັນອຸດສາຫະກຳພາຍໃນ, ຮ່າງກົດຫມາຍວ່າດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ, ຮ່າງກົດຫມາຍ ວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ, ສ່ວນວ່າ ກົດຫມ່າຍປັບປຸງ 3 ສະບັບ ປະກອບມີ: ຮ່າງກົດຫມາຍວ່າດ້ວຍແຮ່ທາດ ( ສະບັບປັບປຸງ), ຮ່າງກົດຫມາຍວ່າດ້ວຍ ການຜັງເມືອງ ( ສະບັບປັບປຸງ ), ຮ່າງກົດຫມາຍວ່າດ້ວຍ ຂັບສິນທາງປັນຍາ ( ສະບັບປັບປຸງ).
Editor: ກຳປານາດ ລັດຖະເຮົ້າ