ກາງເດືອນກັນຍາ 2017 ທີ່ຜ່ານມາ, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເມືອງເຊໂປນໄດ້ຈັດພິທີມອບ-ຮັບໜ້າທີ່ວຽກງານ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ລະຫວ່າງ ຜູ້ ໃໝ່ ແລະ ຜູ້ເກົ່າ ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງໆເຊໂປນ,ທ່ານ ອິນປັນ ສູນທະນູສິນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ພ້ອມຄະນະ, ມີບັນດາຄະນະປະຈໍາພັກເມືອງ, ຫົວໜ້າ, ຄະນະຫ້ອງການຂົງເຂດວຽກງານເສດຖະກິດ,ຄະນະກອງບັນຊາການປກຊ, ປກສ, ພ້ອມດ້ວຍພະນັກງານລັດພາຍໃນຫ້ອງການກະສິກໍາ ແລະ ປ່າໄມ້, ໃນພິທີ ທ່ານ ດໍາ ຫຼວງສົມພົງ ຫົວໜ້າຫ້ອງການຈັດຕັ້ງເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງໆເຊໂປນ ວ່າດ້ວຍການຍົກຍ້າຍບ່ອນປະຈຳການຂອງພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ຕົກລົງຍົກຍ້າຍ ທ່ານ ສີຄູນ ບານມະນີວົງ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ໄປປະຈໍາການຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວິລະບູລີ, ແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງເຊໂປນ ວ່າດ້ວຍການແຕ່ງຕັ້ງຫົວໜ້າ,ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ໂດຍແຕ່ງຕັ້ງ ທ່ານ ຄຳພົນ ພົມມະວົງສາ ເປັນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງເຊໂປນ ຄົນໃໝ່, ແລະ ທ່ານ ຈັນທະລາດ ມາໄລຄຳ, ທ່ານ ບຸນເມືອງ ແກ້ວປັນຍາ, ທ່ານ ສີນວນ ໄຊທານີ ແລະ ທ່ານ ເກດສະຫວັນ ຜັນແກ້ວບຸນຍັງ ເປັນຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ.
ຫຼັງຈາກນັ້ນ ລະຫວ່າງ ຫົວຫນ້າຜູ້ໃໝ່ ແລະ ຜູ້ເກົ່າ ກໍ່ໄດ້ເຊັນບົດບັນທຶກຮ່ວມກັນຊ້ອງໜ້າການນຳເມືອງ ແລະ ແຂກເຂົ້າຮ່ວມທັງໝົດເປັນສັກຂີພະຍານນຳດ້ວຍ, ຈາກນັ້ນກໍ່ໄດ້ມອບໃບສັນລະເສີນຂອງທ່ານເຈົ້າເມືອງເຊໂປນ ໂດຍໃຫ້ກຽດມອບ ທ່ານ ວົງໄຊ ໄຊຍະຈັກ ຮອງເຂົ້າເມືອງເຊໂປນ ກ່າວຮັບ ທ່ານ ສີຄູນ ບານມະນີວົງ.
ສຸດທ້າຍ ທ່ານ ອິນປັນ ສູນທະນູສິນ ກໍ່ໃຫ້ກຽດມີຄຳເຫັນ ແລະ ໃຫ້ທິດເຍືອງທາງກ່ອນອື່ນທ່ານກໍ່ຍ້ອງຍໍຊົມເຊີຍທີ່ບັນດາການນຳຫ້ອງການຕະຫຼອດຮອດສະມາຊິກ ພະນັກງານລັດຖະກອນຂອງຫ້ອງການກະສິກຳ ແລະ ປ່າໄມ້ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ທາງພັກ-ລັດ ໄດ້ມອບໝາຍໃຫ້ສໍາເລັດ ແລະ ຮຽກຮ້ອງມາຍັງຜູ້ເກົ່າແລະໃໝ່ເຕົ້າໂຮມຄວາມສາມັກຄີ, ເຮັດວຽກເປັນໝູ່ຄະນະ, ການສ້າງແຜນງານສະບຽງອາຫານໃນການສຸມໃສ່ປູກເຂົ້າ, ລ້ຽງສັດ, ປູກພືດຊະນິດຕ່າງໆ,ແຜນງານການຜະລິດກະສິກຳ-ປ່າໄມ້ເປັນພື້ນຖານໃນການສົ່ງເປັນສິນຄ້າ ແລະ ແຜນງານຄຸ້ມຄອງປ່າໄມ້, ຜັນຂະຫຍາຍວຽກງານຂອງຕົນຮັບຜິດຊອບເພື່ອຫັນເຂົ້າໄປໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.
Editor: ກຳປານາດ ລັດຖະເຮົ້າ