ກາງເດືອນກັນຍາ 2017 ນີ້, ຄະນະຈັດຕັ້ງເມືອງຄໍາ ເປີດກອງປະຊຸມຜັນຂະຫຍາຍວຽກງານ ຈັດຕັ້ງ ທົ່ວປະເທດ ຄັ້ງທີ 10 ແລະ ສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ 5 ປີ ແລະ ແຜນການ ປີ 2016 ຫາ ປີ 2020 ຂື້ນທີ່ສະໂມສອນປົກຄອງເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງ-ເມືອງຄຳ, ມີທ່ານ ສາຍເງິນ ຈັນທະສົມບຸນ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມດ້ວຍເລຂາໜ່ວຍພັກ ບ້ານນາຍບ້ານໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ແຝງ ພອນທະວີໄຊ ຮອງຫົວໜ້າຄະນະຈັດຕັ້ງເມືອງຄຳ ກໍ່ໄດ້ຂື້ນຜ່ານບົດລາຍ ງານໃຫ້ຮູ້ວ່າ: ວຽກງານຍຸດທະສາດກໍ່ແມ່ນວຽກງານໜຶ່ງທີ່ສຳຄັນຂອງພັກເຊິ່ງໄດ້ກຳນົດທາດແທ້ຊົນຊັ້ນ ທີ່ມີລັກສະນະນຳໜ້າຂອງພັກເວົ້າລວມເວົ້າສະເພາະ ກໍ່ຄືວຽກງານກໍ່ສ້າງພະນັກງານ-ສະມາຊິກພັກໃຫ້ມີຄວາມຮູ້, ຄວາມສາມາດ, ມີທັດສະນະລັກໝັ້ນ ແລະ ອຸດົມການທີ່ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງ ພັກໃນສະເພາະໜ້າ ແລະ ຍາວນານໂດຍສຸມໃສ່ສຶກສາອົບຮົມໃຫ້ທົ່ວພັກ, ກົດໝາຍຂອງລັດ, ມູນເຊື້ອອັນ ດີງາມຂອງພັກຂອງຊາດເພື່ອເປັນແບບຢ່າງພື້ນຖານໃຫ້ແກ່ການຊີ້ນນຳ-ນຳພາພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າທີ່ມີພື້ນຖານອັນໜັກແໜ້ນເຂັ່ມແຂງເພື່ອສ້າງບາດກ້າວບຸກທະລຸແນວທາງປ່ຽນແປງໃໝ່ ຂອງພັກນຳປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020, ພ້ອມທັງຊີ້ນຳ-ນຳພາເຊື່ອມຊືມຮ່ຳຮຽນບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຄຸນສົມບັດສີນທໍາ ປະຕິວັດ, ມູນເຊື້ອຂອງພັກ, ຂອງຊາດ, ບັນດາມະຕິຄຳສັ່ງ, ຂໍ້ກຳນົດ, ນິຕິກໍາຕ່າງໆ ແລະ ຈັດພິທີປະຖະ ກະຖາວັນສໍາຄັນຕ່າງໆຢ່າງເປັນຂະບວນການກ້ວາງຂວາງ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ່ 10 ໄດ້ສຳເລັດລົງ ຄະນະພັກແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມໃຫຍ່ຂອງພັກ, ຮ່ຳຮຽນກົດລະບຽບຂອງພັກ ໄດ້ຢ່າງທົ່ວເຖິງເຊິ່ງມີຜູ້ແທນເຂົ້າຮ່ວມທັງໝົດ 3 ຫມື່ນ 8 ພັນ 890 ສະຫາຍ, ຍິງ 1 ຫມື່ນ 6 ພັນ 9 ສະຫາຍ, ພ້ອມນີ້ກໍ່ຍັງໄດ້ມີວຽກງານອື່ນໆຄື: ວຽກງານພະນັກງານ, ວຽກງານປັບປຸງກົງຈັກການ ຈັດຕັ້ງນອກຈາກນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງເຊັ່ນ: ການຄົ້າຄົ້ວເຊື່ອມຊືມກຳແໜ້ນແນວທາງນະໂຍບາຍຂອງພັກ, ນິຕິກໍາຕ່າງໆຂອງພັກທີ່ພົວພັນເຖິງວຽກງານຈັດຕັ້ງ ກໍ່ສ້າງພັກ-ກໍ່ສ້າງພະນັກງານ ແລະ ການຫັນເປັນແຜນງານ, ໂຄງການຈັດຕັ້ງແຕ່ລະຢ່າງຍັງບໍ່ທັນເລິກເຊິ່ງລະອຽດເທົ່າທີ່ຄວນ ພ້ອມນັ້ນ, ກໍ່ຍັງໄດ້ຜ່ານທິດທາງ, ໜ້າທີ່ວຽກງານກໍ່ສ້າງພັກພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງແຕ່ປີ 2016 ຫາ ປີ 2020.
ຫຼັງຈາກນັ້ນ ທ່ານ ອະນຸພອນ ດີວົງທອງ ຜູ້ຮັກສາການຫົວໜ້າຄະນະຈັດຕັ້ງເມືອງຄຳ ກໍ່ຍັງໄດ້ຂື້ນຜ່ານບົດລາຍງານການຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະ 5 ປີ ຜ່ານມາ, ຕໍ່ຈາກນັ້ນຜູ້ແທນໃນກອງປະຊຸມ ກໍ່ໄດ້ຜັນປ່ຽນກັນຂື້ນປະກອບຄຳຄິດຄຳເຫັນເຂົ້າໃນບົດລາຍງານເພື່ອເຮັດໃຫ້ສົມບູນ ແລະ ເລິກເຊິ່ງຂື້ນກ່ວາເກົ່າຕື່ມອີກ.
ໃນຕອນທ້າຍ ກອງປະຊຸມ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ບັນດາສະຫາຍຜູ້ແທນໃນກອງປະຊຸມ ໃຫ້ເນັ້ນໜັກເຖິງບັນຫາການເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ເຊັ່ນ: ວຽກງານດ້ານການເມືອງແນວຄິດ, ການຈັດຕັ້ງລະບົບ, ການສ້າງມະຫາຊົນກ້າວໜ້າໃນການເຂົ້າເປັນສະມາຊິກພັກ, ການປັບປຸງສ້າງພັກ ຮາກຖານ, ເຊື່ອມຊືມເຜີຍແຜ່ເອກະສານຕ່າງທຂອງພັກ, ການດຳເນີນຊີວິດພັກ ແລະ ເພີ່ມທະວີແບບແຜນໃນການກວດກາ ຕິດຕາມໃຫ້ກົມກຽວໄປຕາມແບບແຜນວິທີເຮັດວຽກ.
Editor: ກຳປານາດ ລັດຖະເຮົ້າ