ຕອນບ່າຍວັນທີ 19 ກັນຍາ 2017 ບໍລິສັດ ສື່ສານສາກົນ ໂທລະພາບຈີນ ແລະ ກົມສຶ່ມວນຊົນ ກະຊວງຖະແຫລງຊ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະຖານີໂທລະພາບແຫ່ງຊາດລາວ ໄດ້ຈັດກອງປະຊຸມ ນຳສະເຫນີ ລາຍການໂທລະພາບ ຂອງປະເທດຈີນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ, ກອງປະຊຸມດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງການຮ່ວມມືທາງຂະແຫນງໂທລະພາບ ລະຫວ່າງ ລາວ-ຈີນ ພາຍໃຕ້ຂໍ້ລິ່ເລີ່ມ: (ຫນຶ່ງແລວທາງ ຫນຶ່ງເສັ້ນທາງ)
ກອງປະຊຸມ ຄັ້ງນີ້, ທ່ານ ຫລູ ຊ່ວນກວ່າງ ຜູ້ອຳນວຍການ ບໍລິສັດ ສື່ສານສາກົນ ໂທລະພາບຈີນ ຈຳກັດ ໄດ້ກ່າວນໍາສະເຫນີ ພາບລວມ ຂອງໂທລະພາບຈີນ, ລວມທັງບົດບາດໃນການເຜິຍແຜ່ໂທລະພາບ ໃນພາກພື້ນ ແລະ ໃນໂລກ, ເຊິ່ງມີລາຍກາໂທລະພາບ ຫລາຍຊ່ອງ ທີ່ຂື້ນກັບ ບໍລິສັດ ສື່ສານສາກົນ ໂທລະພາບ ຈີນ ແລະ ພ້ອມກະກຽມນຳເອົາລາຍການໂທລະພາບຈິນ ມານຳສະເຫນີ ທີ່ ສປປ ລາວ ທີ່ສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ການພັດທະນາແຫ່ງຍຸກສະໄຫມ ຂອງຈີນ, ຫລັງຈາກນັ້ນ, ທ່ານ ຕີ່ງ ຢົງປິ່ນ ຜູ້ອຳນວຍການ ບໍລິສັດ ດາວທຽມ ລາວ ເອເຊຍປາຊີຟຶກ ຈຳກັດ ກ່າວ່າ: ດາວທຽມລາວ ຫມາຍເລກ 01 ຖືວ່າເປັນດາວທຽມສື່ສານດວງທຳອິດ ທີ່ໄດ້ຍິງຂື້ນສູ່ຮ່ວງອາວະກາດ ໃນວັນທີ 21 ພະຈິກ 2015 ດ້ວຍຜົນສຳເລັດ, ເຊິ່ງມີພື້ນທີ່ກວມເອົາບັນດາປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດອື່ນໆທີ່ໃກ້ຄຽງອີກຫລາຍປະເທດ. ປະເທດລາວໃນຖານະເປັນແຫລ່ງຊັບພະຍາກອນດາວທຽມລາວ ແລະ ສປປ ລາວ ກໍ່ມີປະຊາກອນ 6,7 ລ້ານກວ່າຄົນ ໃນນັ້ນ ຕາມສະຖິຕີການຊົມໃຊ້ໂທລະພາບໃນຄົວເຮືອນ 1 ແສນ 2 ຫມື່ນ ກວ່າຄົວເຮືອນ, ປະຈຸບັນໂທລະພາບລາວ ເລີມມີບົດບາດ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຊີ່ງໄດ້ປະກົດໃຫ້ເຫັນສູ່ສາຍຕາ ຂອງສັງຄົມ ແລະ ປະຊາຊົນລາວ ຫລາຍຊ້ອງ, ສຳລັບ ດາວທຽມລາວ ຫມາຍເລກ 01 ຕະຫລອດໄລຍະ 1 ປີຜ່ານມາ ແມ່ນມີສະຖານີ ມີລາຍການໂທລະພາບຫລາຍຊ້ອງ ຈາກຫລາຍປະເທດ ທີ່ມີຫລາຍພາສາ ລວມແລ້ວ 30 ກວ່າລາຍການ ທີ່ຫນ້າສົນໃຈ ເປັນຕົ້ນແມ່ນ ຮູບເງົາ, ສາລະຄະດີ, ລາຍການບັນເທິງ, ກະຕູນ ແລະ ອື່ນໆ ສຳລັບການຮ່ວມມືການນຳສະເຫນີ ລາຍການໂທລະພາບຈີນ ແມ່ນເປັນອີກສິ່ງຫນຶ່ງທີ່ສຳຄັນ ເພາະຈະໄດ້ນຳເອົາລາຍການໂທລະພາບຂອງຈີນ ທີ່ຫນ້າສົນໃຈ ເຂົ້າມາ ໃຫ້ໄດ້ຮັບຊົມ ໂດຍຈະເນັ້ນທາງວັດທະນະທຳອັນດີງາມ, ການພັດທະນາ ໃນແຕ່ລະໄລຍະ
ນອກຈາກນີ້ ໃນກອງປະຊຸມ ທ່ານ ອິນປອນ ນະຄອນສີ ຮອງກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານນາງ ວຽງທອງ ພິມມະຈັນ ຮອງຜູ້ອຳນວຍການ ສະຖານີໂທລະພາບແຫ່ງຊາດລາວ ຍັງໄດ້ປະກອບຄໍາຄຶດເຫັນແບບສ້າງສັນ ແລະ ພ້ອມທັງຕິລາຄາສູງຕໍ່ກິດຈະກຳການແລກປ່ຽນໃນຂົງເຂດສື່ມວນຊົນ ທາງໂທລະພາບ ລະຫວ່າງ ລາວ ແລະ ຈີນ ພ້ອມທັງສະຫນັບສະຫນູນໃຫ້ຂົງເຂດໂທລະພາບຂອງ 2 ປະເທດ ສະແດງບົດບາດ ພາຍໃຕ້ເງື່ອນໄຂ ຂອງການດຳເນີນ ຂໍ້ລິ່ເລີ່ມ ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ ເພື່ອສ້າງເປັນ ຄູ່ຮ່ວມຜົນປະໂຫຍດ ທີ່ເກື້ອກູນດ້ານວັດທະນະທຳ
ກອງປະຊຸມ ຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ສະຫວັນຄອນ ຣາດຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍມີບັນດາ ຫົວຫນ້າກົມ. ຮອງກົມ ແລະ ຜູ້ອຳນວຍການ ຈາກສະຖານີໂທລະພາບລາວ ທັງພາກລັດ ແລະ ເອກະຊົນ ແລະ ພາກສ່ວນສື່ມິເດຍລາວ ເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ