ກາງເດືອນກັນຍາ 2017 ນີ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄຳ, ແຂວງຊຽງຂວາງ ເປີດກອງປະຊຸມເຜີຍແຜ່ຂໍ້ຕົກລົງສະບັບເລກກທີ່ 3172/ກຊສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂື້ນທີ່ຫ້ອງປະຊຸມຊັບພະຍາກອນທຳມະການຊາດ ແລະ ສິ່ງແວດລ້ອມ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ.
ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງ ຮອງເຈົ້າ ເມືອງ-ເມືອງຄຳ, ມີ ທ່ານ ຄໍາພູ ຈັນທະວົງ ກໍາມະການພັກແຂວງ, ເລຂາພັກຮາກຖານຫົວໜ້າ ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພະນັກງານລັດຖະກອນຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມເຂົ້າຮ່ວມທັງໝົດ 41 ຄົນ, ຍິງ 11 ຄົນ.
ຈາກນັ້ນ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ເລຂາພັກຮາກຖານຫົວໜ້າພະແນກຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ່ 3172/ກຊສ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ການກຳນົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ໂຄງປະກອບໃນການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ, ຈັດຕັ້ງເຄື່ອນໄຫວວຽກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກກົດໝາຍລະບຽບຂອງລັດ ເພື່ອຄຸ້ມຄອງ ແລະ ພັດທະນາວຽກງານໃຫ້ມີຄວາມຍືນຍົງປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ໃນຂອບເຂດເມືອງຂອງຕົນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງພາຍໃຕ້ການຊີ້ນຳນຳພາຄຸ້ມຄອງທາງດ້ານວິຊາການຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ນະຄອນຫຼວງເຊິ່ງເປັນ ເສນາທິການໃຫ້ແກ່ອົງການປົກຄອງເມືອງໃນການຄຸ້ມຄອງເມືອງໃນການຄຸ້ມຄອງບໍລິຫານ ເຊັ່ນ: ທີ່ດີນ, ນ້ຳ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມ, ໄພພິບັດ, ການປ່ຽນແປງດີນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນທົ່ວເມືອງ. ນອກຈາກນັ້ນ, ກໍ່ຍັງໄດ້ໃຫ້ຮູ້ເຖິງສິດ ແລະ ໜ້າທີ່ຂອງແຕ່ລະໝວດ, ແຕ່ລະ ມາດຕາໃນຈໍານວນ 6 ໝວດ ແລະ 14 ມາດຕາຕື່ມອີກ.
ຫຼັງຈາກນັ້ນ ທ່ານນາງ ນຸດ ບຸນແພງພົນ ຫົວໜ້າໜ່ວຍງານຈັດຕັ້ງພະນັກງານຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຊຽງຂວາງ ກໍ່ໄດ້ຂື້ນຜ່ານມາດຖານເງື່ອນໄຂການທາບທາມເອົາບຸກຄະລາກອນຄະນະຫ້ອງການ ແລະ ຫົວໜ້າ, ຄະນະໜ່ວຍງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ພ້ອມນັ້ນກໍ່ຍັງໄດ້ມີການມອບກ້ອງສຳຫຼວດວັດແທກທີ່ດິນ GPS, RTK, ເອັຊ 91 ລວມເປັນມູນຄ່າ ( 2 ຫມື່ນ 5 ພັນ 7 ຮ້ອຍ ກວ່າໂດລ້າສະຫາລັດ) , ໂດຍເປັນກຽດຂື້ນມອບຂອງ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ເລຂາພັກຮາກຖານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດຮັບ ຂອງ ທ່ານ ບຸນໄທ ຢ່າຈົງກົວ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ. ໃນຕອນທ້າຍ ທ່ານນາງ ບຸນມີ ສົມພັນສຸກຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຄຳ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ກ່າວສະແດງຄວາມດີອົກດີໃຈຕໍ່ກອງປະຊຸມໃນຄັ້ງນີ້, ພ້ອມທັງໃຫ້ທິດຊີ້ນຳແກ່ຄະນະຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຈົ່ງພ້ອມ ກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ນຳໄປຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານເປັນຕົ້ນແມ່ນການຕິດຕາມກວດກາ, ຄົ້ນຄ້ວາພິຈາລະນາພະນັກງານລັດຖະກອນໃຫ້ແທດເໝາະກັບພາລະບົດບາດສິດ ແລະ ໜ້າທີ່ຂອງແຕ່ລະວຽກງານໃຫ້ຊອດຄ່ອງ ກັບຄວາມເປັນຈິງເພື່ອເຮັດໃຫ້ໜ້າທີ່ວຽກງານມີບາດກ້າວຂະຫຍາຍຕົວຂື້ນຢ່າງເປັນກ້າວໆ.
Editor: ກຳປານາດ ລັດຖະເຮົ້າ