ເນື່ອງໃນໂອກາດສະຫຼອງວັນສ້າງຕ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ ໃນວັນທີ 18 ກັນຍາ 2017 ຢູ່ທີ່ ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຖະກະຖາມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີຂື້ນ, ເປັນກຽດປາຖະກະຖາໂດຍ ທ່ານ ພັນເອກ ເພັມພອນ ພີມມະວົງ ຫົວຫນ້າກົມກວດການ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຂົ້າຮ່ວມຮັບຟັງ ການປາຖະກະຖາໃນຄັ້ງນີ້ມີ: ຄະນະພັກຮາກຖານຄະນະນໍາ, ຄະນະຮັບຜິດຊອບ ພິພິທະພັນ ໄກສອນ ພົມວິຫານ , ເລຂາໜ່ວຍພັກ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ, ພະນັກງານ - ລັດຖະກອນ ທົ່ວຄະນະຮັບຜິດຊອບ ພິພິທະພັນ ໄກສອນ ພົມວິຫານ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ທ່ານ ພັນເອກ ເພັມພອນ ພີມມະວົງ ໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໄລຍະ 15 ປີຜ່ານມາ ເງື່ອນໄຂ ທີ່ ພາໃຫ້ເກີດມີ ສະຫະພັນນັກຮົບເກົ່າແຫ່ງຊາດລາວ. ແມ່ນສືບທອດການຕໍ່ສູ້ ມູນເຊື້ອການຕໍ່ສູ້ບໍ່ຍອມຈໍານົນຂອງ ບັນພະບູລຸດອັນອາດຫານ ໂດຍພາຍໃຕ້ການນໍາພາຂອງ ບັນດານັກວິລະບູລຸດລາວ ໂດຍພາຍໃຕ້ການນໍາພາຂອງບັນດານັກ ວິລະບູລຸດຜູ້ເກັ່ງກ້າທັງຫລາຍ, ນັບແຕ່ສັດຕະຫວັດທີ 16 ເປັນຕົ້ນມາ ປະເທດເຮົາໄດ້ຕົກເປັນຫົວເມືອງຂື້ນຂອງ ຜູ້ຮຸກຮານ ຕະຫຼອດໄລຍະ 200 ປີຜ່ານມາ ລາວເຮົາເປັນຫົວເມືອງຂື້ນຂອງຊາດຕ່າງດ້າວ ປະຊາຊົນລາວສຸດທີ່ຕົກທຸກໄດ້ຍາກ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ.
ດັ່ງນັ້ນຈຶ່ງເກີດມີຂະບວນການຕໍ່ສູ້ ຕ້ານການເປັນຫົວເມືອງຂື້ນຂອງຊາດຕ່າງດ້າວ ດ້ວຍຄວາມອົງອາດກ້າຫານ ໂດຍພາຍໃຕ້ການນໍາພາຂອງ ວິລະບູລຸດຜູ້ເກັ່ງກ້າ ໃນແຕ່ລະໄລຍະ ເພື່ອຮຽກຮອງເອົາຄວາມເປັນເອກກະລາດຂອງຊາດ, ຈົນມາຮອດປີ 1949 ກອງທັບລາວອິດສະຫຼະຖືກສ້າງຕັ້ງຂື້ນ ຢູ່ດີນແດນທີ່ໝັ້ນ ແຂວງຫົວພັນ ໂດຍ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງທັງເປັນຜູ້ຊີ້ນໍາ, ບັນຊາກໍາລັງປະກອບອາວຸດ ໂດຍກົງເຮັດໃຫ້ຈັກກະພັດຜູ້ຮຸກຮານ ຕ້ອງຍອມເຊັນສັນຍາເຊີແນວ ແລະ ປະລາໄຊ ສົງຄາມອີນດູຈີນ ໃນປີ 1945 ສົງຄາມຈຶ່ງໄດ້ສີ້ນສຸດລົງ ແລະ ໄດ້ມີການສ້າງຕັ້ງພັກປະຊາຊົນລາວຂື້ນຕາມການຕົກລົງຂອງ ພັກຄອມມູນນິດອີນດູຈີນໃນປີ 1955. ນັບແຕ່ນັ້ນມາ ສປປລາວ ເຮົາກໍ່ໄດ້ມີການພັດນາເປັນກ້າວໆ ພາຍໃຕ້ການນໍາພາຂອງ ພັກ ແລະ ລັດຖະບານ ຈົນຮອດປະຈຸບັນ.
Editor: ກຳປານາດ ລັດຖະເຮົ້າ