ກອງປະຊຸມແນະນໍາ ການຈັດຕັ້ງປະຕິບັດ ການຮັບແຈ້ງຊັບສິນ ຂອງພະນັກງານ-ລັດຖະກອນ ຮອບທີ 2 ປີ 2017 ທົ່ວເມືອງວັງວຽງ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ 2017 ຜ່ານມາ ຢູ່ທີ່ສະໂມສອນເມືອງວັງວຽງ, ແຂວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີ ທ່ານ ສີສະຫວາດ ແສງພະຈັນ ຮອງປະທານກວດກາພັກ-ລັດ ແຂວງວຽງຈັນ, ມີບັນດາທ່ານຄະນະປະຈໍາ, ກຳມະການພັກເມືອງ, ເລຂາພັກບ້ານ, ຫົວໜ້າກົມກອງຫ້ອງການພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ດໍາລັດວ່າດ້ວຍການແຈ້ງຊັບສິນ ເລກທີ 159/ລບ, ລົງວັນທີ 4 ມິຖຸນາ 2013 ທີ່ສະເໜີໂດຍ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໄດ້ກ່າວວ່າ: ເພຶ່ອກໍານົດ ຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດທີ່ສັງກັດຢູ່ໃນກົງຈັກ ການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ລັດວິສາຫະກິດປະສົມ, ລັດຮຸ້ນສ່ວນເຄື່ອນໄຫວປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ, ມີປະສິດທິຜົນ ແລະ ມີຄວາມໂປ່ງໃສແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນກົງຈັກການຈັດຕັ້ງທີ່ກ່າວມານັ້ນ ເພຶ່ອປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລ.
ທ່ານນາງ ຄໍາຮຸ່ງ ທິບພະວົງ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດ ເມືອງວັງວຽງ ໄດ້ກ່າວໃນບົດແນະນໍາ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ບາງຕອນວ່າ: ປະເພດຊັບສິນ, ລາຍຮັບ ແລະ ໜີ້ສິນທີ່ຕ້ອງແຈ້ງມີປະເພດທີ່ດິນ, ປະເພດສິ່ງປຸກສ້າງ, ພາຫະນະ ແລະ ກົນຈັກການຜະລິດຕ່າງໆ, ປະເພດວັດຖຸມີຄ່າ, ພັນທະບັດ, ເງິນຝາກທະນາຄານ, ເງິນຝາກກອງທຶນ ແລະ ສະຖາບັນການເງິນອື່ນໆ, ບັນຊີຮຸ້ນ, ປະເພດລາຍຮັບຕ່າງໆ, ປະເພດໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ແລະ ມູນຄ່າປະເພດຊັບສິນ ແລະ ລາຍຮັບ.
ກຳນົດເວລາຈັດຕັ້ງປະຕິບັດ ການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ ແຕ່ລະເປົ້າໝາຍຕາມສິດຄຸ້ມຄອງ ຂອງແຕ່ລະຂັ້ນແມ່ນຄົບຮອບ 2 ປີໃດແຈ້ງເທຶ່ອໜຶ່ງ, ການດຳເນີນການ ແຈ້ງຊັບສິນ ແລະ ລາຍຮັບແຕ່ລະຄັ້ງ ໃຫ້ສຳເລັດພາຍໃນ 6 ເດືອນ, ສຳລັບຢູ່ເມືອງວັງວຽງ ມີ ພະນັກງານ-ລັດ ຖະກອນ ທີ່ຕ້ອງແຈ້ງຊັບສິນທັງໝົດ 1.299 ຄົນ, ຍິງ 634 ຄົນ.
ຕອນທ້າຍ ກອງປະຊຸມ ທ່ານ ຄໍາຜອງ ດວງວິໄລ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ຍັງໄດ້ໃຫ້ກຽດໂອ້ລົມຕື່ມອີກ.
ຂອບໃຈທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ