ໃນວັນທີ 12 ກັນຍາ 2017 ຜ່ານມາ ຫນ່ວຍພັກບໍລິຫານ ໄຟຟ້າສາຂາ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ 2015 - 2017 ແລະ ວາງທິດທາງແຜນການປີ 2018-2019 ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ມະນີວອນ ທອງພານິດ ເລຂຫນ່ວຍພັກບໍລິຫານ ໄຟຟ້າ ສາຂາ ແຂວງວຽງຈັນ. ແລະ ເປັນກຽດເຂົ້າຮ່ວມ ມີທ່ານ ຈຳປາທອງ ວົງເດືອນ ເລຂາຄະນະພັກຮາກຖານ ໄຟຟ້າສາຂາ ແຂວງວຽງຈັນ. ມີບັນດາ ເລຂາ, ຮອງເລຂາ, ສະມາຊິກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານນາງ ມະນີວອນ ທອງພານິດ ໄດ້ຂຶ້ນຜ່ານ ບົດສະຫລຸບການຈັດຕັ້ງປະຕິບັດວຽກງານໃນໄລຍະປີ 2015-2017 ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາວຽກງານພາຍໃນ 3 ພະແນກການ ພະແນກຈັດຕັ້ງ-ບໍລິຫານ, ພະແນກບັນຊີ-ການເງິນ ແລະ ພະແນກຜະລິດໃບບິນ-ຫມໍ້ນັບໄຟ ໄດ້ເກັບກຳຂໍ້ມູນຕ່າງໆຂອງສະມາຊິກພັກ, ພະນັກງານ ແລະ ບັນດາຜົນງານອື່ນໆ ສັງລວມຂໍ້ມູນການເຄື່ອນໄຫວຕ່າງເປັນຕົ້ນ ວຽກຊັບຊ້ອນບຸກຄະລາກອນ, ການປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ, ແຮງງານເງິນເດືອນ, ວຽກງານປະດັບປະດາ, ການຄຸ້ມຄອງພາຫະນະ, ການຄຸ້ມຄອງທີ່ດິນ, ສໍານັກງານ, ຫ້ອງການ, ວຽກງານປ້ອງກັ ແລະ ວຽກງານສົງເຄາະຊ່ວຍເຫລືອ ພ້ອມນັ້ນກໍໄດ້ເອົາໃຈໃສ່ຄຸ້ມຄອງເງິນສົດ, ເງິນຝາກທະນາຄານ, ກວດກາຕິດຕາມບັນຊີ ພາກລາຍຮັບ-ລາຍຈ່າຍ ເພື່ອເຮັດໃຫ້ການສະຫລຸບບັນຊີແຕ່ລະປີມີຄວາມຊັດເຈນ ໂປ່ງໃສຖືກຕ້ອງຕາມລະບຽບຫລັກການ ມາຮອດທ້າຍເດືອນ 6 ປີ 2017 ສາມາດປະຕິບັດບັນຊີຜົນໄດ້ຮັບທາງດ້ານການເງິນໃນທ້າຍປີ 2014 ຫາ 6 ເດືອນຕົ້ນປີ 2017 ມີລາຍຮັບ 419 ຕື້ກ່ວາກີບ, ລາຍຈ່າຍທ້າຍປີ 2014 ຫາ 6 ເດືອນຕົ້ນປີ 2017 ມີລາຍຈ່າຍ 142,7 ຕື້ກ່ວາກີບ. ກວດກາຄວາມທ່ຽງກົງຂອງຫມໍ້ນັບໄຟ. ນອກນັ້ນ ກໍຍັງ ໄດ້ເອົາໃຈໃສ່ໃນການກໍສ້າງຂະຫຍາຍພັກໃຫ້ມີການ ຂະຫຍາຍຕົວສ້າງມະຫາຊົນກ້າວຫນ້າ ພ້ອມກັນສຸມໃສ່ຊີ້ນໍາ-ນຳພາ ການເມືອງແນວຄິດ ໃຫ້ສະມາຊິກພັກພະນັກງານໃນທຸກຖັນແຖວຄວາມຮັບຜິດຊອບ ໃຫ້ມີຄວາມອຸນອຽນທຸ່ນທ່ຽງ ເຊື່ອຫມັ້ນຕໍ່ການນຳພາຂອງພັກ ພ້ອມກັນຈັດຕັ້ງປະຕິບັດມະຕິ 10 ຂອງພັກ ແລະ ມະຕິ 5 ຂອງອົງຄະນະພັກ ແຂວງວຽງຈັນ ວາງອອກໃຫ້ປະກົດຜົນ ເປັນຈິງ.
ຂອບໃຈ ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ