ໃນຕອນເຊົ້າຂອງວັນທີ 19 ກັນຍາ 2017 ຢູ່ທີ່ຫ້ອງຮັບແຂກ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ, ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນຂອງທ່ານ ຄຳຫລ້າ ດວງພະສຸກ, ປະທານບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ພ້ອມຄະນະ ເຊິ່ງໄດ້ນໍາເອົາຂອງຂັວນ ແລະ ກະຕ່າດອກໄມ້ເຂົ້າອວຍພອນຄະນະນຳສະຫະພັນນັກຮົບເກົ່າແຫ່ງຊາດລາວ ເນື່ອງໃນໂອກາດສະເຫລີມສອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄອບຮອບ 15 ປີ ຄື: ວັນທີ 9 ກັນຍາ 2002 ຫາ ວັນທີ 9 ກັນຍາ 2017.
ໂອກາດນີ້ ທ່ານ ຄຳຫລ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກ ກໍ່ສ້າງສ້ອມແປງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ພ້ອມຄະນະ ທ່ານກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ, ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມຄະນະ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບໃນອັນອົບອຸ່ນໃນຄັ້ງນີ້. ພ້ອມທັງກ່າວລາຍງານປະຫວັດຄວາມເປັນມາ ແລະ ຜົນງານດ້ານຕ່າງໆທີ່ບໍລິສັດຍາດມາໄດ້ໃນໄລຍະ 8 ປີຜ່ານມາ ແລະ ພ້ອມທັງໃຫ້ຄຳຫມັ່ນວ່າ ພ້ອມຈະຢູ່ຄ່ຽງຂ້າງ ແລະ ໃຫ້ການຊ່ວຍເຫລືອທຸກຢ່າງແກ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ.
ໂອກາດດຽວກັນ ທ່ານພົນຈັດຕະວາ ສົມພອນ ແກ້ວມີໄຊ, ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບໃນການເຂົ້າມາອວຍພອນ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໂອກາດວັນສ້າງຕັ້ງ ຄົບຮອບ 15 ປີ ແລະ ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ທີ່ທາງບໍລິສັດຍາດມາໄດ້ ຕະຫລາດໄລຍະເວລາ 8 ປີ ຂອງການສ້າງຕັ້ງບໍລິສັດ, ເຊິ່ງເປັນການປະກອບສ່ວນຫົວຄິດປະດິດສ້າງໃນການພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ພ້ອມນັ້ນ ທ່ານປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍ່ໄດ້ເນັ້ນຫນັກໃຫ້ທາງບໍລິສັດຈົ່ງເອົາໃຈໃສ່ສືບຕໍ່ເສີມຂະຫຍາຍຜົນງານການພັດທະນາສ້າງສາໃຫ້ສຳເລັດ ແລະ ເຕີບໃຫຍ່ຂື້ນໄປເລື່ອຍໆ.
Editor: ຕະວັນ ແສງສະຫວັນ