ໃນວັນທີ 18 ກັນຍາ ທີ່ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອິວາໂອະ ໂຮຣິອິ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ຝ່າຍລັດຖະສະພາ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 16-18 ກັນຍາ ນີ້.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ອິວາໂອະ ໂຮຣິອິ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ກໍຄື ປະຊາຊົນສອງຊາດ ໃຫ້ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.
ໂອກາດດຽວກັນ, ທ່ານ ອິວາໂອະ ໂຮຣິອິ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສະໜັບສະໜູນຍີ່ປຸ່ນ ໃນການສະໝັກເຂົ້າເປັນສະມາຊິກ ຂອງອົງກອນເຄືອຂ່າຍຕ່າງໆ ຂອງອົງການສະຫະປະຊາຊາດ ຕະຫລອດມາ.
Editor: ດາວໄຊ ສີວິໄລ