ໃນວັນທີ 14 ກັນຍາ 2017 ທີ່ສະໂມສອນໃຫຍ່ຂອງ ເມືອງພູຄູນ ພາຍໃຕ້ການເປັນປະທານຂອງທ່ານ ສີທົນ ແກ້ວອຸດົມສຸກ ຄະນະບໍລິຫານງານຊາວຫນຸ່ມເມືອງ ເລຂາໜ່ວຍຊາວຫນຸ່ມຫ້ອງການສາທາລະນະສຸກ ໃຫ້ກຽດເຂົ້າຮ່ວມມີ ທ່ານ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີບັນດາເລຂາ, ຮອງເລຂາໜ່ວຍຊາວໜຸ່ມອ້ອມຂ້າງ ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ທ່ານ ດຣ ປໍຢ່າງ ບົວລາ ຮອງເລຂາໜ່ວຍຊາວໜຸ່ມ ໄດ້ຂື້ນຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງຕະຫລອດໄລຍະ 3 ປີຜ່ານມາ ໜ່ວຍຊາວໜຸ່ມສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ທີ່ ເປັນການປະກອບສ່ວນເຂົ້າໃນຜົນງານ ໃນການປະຕິບັດຫນ້າທີ່ວຽກງານວິຊາສະເພາະຂອງຕົນໄດ້ເປັນຢ່າງດີ ຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ເຊື່ອມຊຶມກົດລະບຽບ, ພາລະບົດບາດ, ສິດ ແລະ ຫນ້າທີ່, ແນວທາງປ່ຽນແປງໃຫມ່ຂອງພັກ-ລັດ ເຮັດໃຫ້ສະມາຊິກຊາວ ໜຸ່ມມີນໍ້າໃຈຮັກຊາດ, ຮັກລະບອບໃຫມ່, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ພ້ອມທັງປະຕິບັດຕາມຂໍ້ແຂ່ງຂັນ 2 ສາມັກຄີ 3 ດີ 4ພັດທະນາ ຕິດພັນກັບຂະບວນການ 4 ບຸກຂອງຊາວໜຸ່ມ ໃນການປະຕິບັດຕາມແນວທາງຂອງພັກກໍ ຄືແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ເພື່ອໃຫ້ຄະນະຫນ່ວຍ ແລະ ສະມາຊິກມີຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ອື່ນໆ.
ນອກນັ້ນກອງປະຊຸມຍັງໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວຫນຸ່ມຊຸດໃຫມ່ ເຊິ່ງຕົກລົງເລືອກເອົາ ທ່ານ ສີທົນ ແກ້ວອຸດົມສຸກ ເປັນເລຂາໜ່ວຍ, ທ່ານ ນາງ ວົງສະຫວັນ ຫັດສະຈັນ ເປັນຮອງເລຂາ ແລະ ທ່ານ ດຣ ປໍຢ່າງ ບົວລາ ເປັນຮອງເລຂາ ແລະ ປະທານກວດກາ. ໃນໂອກາດດັ່ງກ່າວ ສະຫາຍ ປທ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນກໍໄດ້ຂື້ນມອບໃບຢັ້ງຢືນ ຫນ່ວຍຊາວຫນຸ່ມຫ້ອງການສາທາລະນະສຸກເມືອງ ເປັນຫນ່ວຍຊາວຫນຸ່ມແຂງ 4 ບຸກຄັ້ງທີ 3 ພ້ອມທັງ ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ