ໃນວັນທີ 12 ກັນຍາ ທີ່ຜ່ານມາ ທ່ານ ສົມເລັດ ຈຸນລະມະນີ ກໍາມການພັກແຂວງ ປະທານແນວລາວສ້າງຊາດແຂວງ,ປະທານຄະນະສະມາຊິກສະພາແຫ່ງຊາດຊຸດທີ VIII ເຂດເລືອກຕັ້ງທີ 14 ແຂວງສາລະວັນ, ພ້ອມຄະນະໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງຊຸດ I ຢູ່ເມືອງລະຄອນເພັງ ພິທີໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍມີທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກເມືອງ ເຈົ້າເມືອງໆລະຄອນເພັງ, ພ້ອມດ້ວຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕໍ່າຫຼວດ ແລະ ອະດີດຄະນະນໍາຂອງເມືອງ ໃຫ້ການຕ້ອນຮັບ ແລະເຂົ້າຮ່ວມຮັບຟັງ 370 ທ່ານ, ຍິງ 91 ທ່ານ. .
ພາຍຫຼັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2017 ຂອງເມືອງໂດຍສັງເຂບ ຈາກ ທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກເມືອງ ເຈົ້າເມືອງໆລະຄອນເພັງ. ທ່ານ ສົມເລັດ ຈຸນລະມະນີ ປະທານຄະນະສະມາຊິກສະພາແຫ່ງຊາດຊຸດທີ VIII ເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ທ່ານ ໜູໄຊ ຈັນດາວົງ ຮອງເຈົ້າເມືອງ ລະຄອນເພງ ສະມາຊິກສະພາປະຊາຊົນແຂວງ ສາລະວັນ ປະຈໍາເມືອງ ລະຄອນເພັງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງຊຸດ I ເຊິ່ງໄດ້ຍົກໃຫ້ເຫັນບັນຍາກາດ ແລະ ຜົນສໍາເລັດຂອງທັງ 2 ກອງປະຊຸມ: ໂດຍກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ຄົ້ນຄ້ວ້າພິຈາລະນາ 4 ວຽກໃຫຍ່ຄື: ວຽກງານຂອງລັດຖະບານ, ວຽກງານຂອງອົງການກວດສອບແຫ່ງລັດ, ວຽກງານຂອງໄອຍະການປະຊົນຊົນສູງສຸດ ແລະ ສານປະຊາຊົນສູງສຸດ, ວຽກງານຂອງສະພາແຫ່ງຊາດ ແລະ ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ຂອງຊາດຄື: ຮັບຮອງເອົາການຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ມາຕະການແກ້ໄຂ ເພື່ອຫຼຸດຜ່ອນຜົນກະ ທົບຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ຮັບຮອງເອົາບົດສະຫຼຸບ 5 ປີ ( 2012-2016) ແລະ ທິດທາງແຜນການ 5 ປີ (2016-2021) ຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາ ຊົນສູງສຸດ, ຮັບຮອງເອົາການເລືອກຕັ້ງປະທານ ອົງການກວດສອບແຫ່ງລັດ, ຮັບຮອງເອົາການພິຈາລະນາແຕ່ງຕັ້ງຮອງປະທານ ກໍາມາທິການກົດໝາຍສະພາແຫ່ງຊາດ ແລະ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ. ສ່ວນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຊຸດ I ໄດ້ຮັບຟັງການລາຍງານ ຂອງອົງການປົກຄອງແຂວງ, ພະແນກການ, ອົງການທຽບເທົ່າ ແລະ ໄດ້ພິ ຈາລະນາຮັບຮອງເອົາການສະເໜີແຕ່ງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຕາມການສະເໜີຂອງທ່ານ ເຈົ້າແຂວງ ແລະ ຮັບຮອງເອົາ ນິຕິກໍາວ່າດ້ວຍການຄຸ້ມຄອງ ຄຸນະພາບນໍ້າດື່ມທີ່ຜະລິດຈາກໂຮງງານ ພາຍໃນແຂວງ ສາລະວັນ. ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ຮັບຟັງຄໍາສະເໜີ ແລະ ຕອບຂໍ້ຂ້ອງໃຈຕ່າງໆ ເຊິ່ງເຫັນວ່າມີບັນຍາກາດຟົດຟື້ນສົມຄວນ ໂດຍບັນຫາທີ່ມີຜູ້ໃຫ້ຄວາມສົນໃຈຫຼາຍ ແມ່ນບັນຫາໂກຕ້າລັດຖະກອນ, ບັນຫາການອະນຸມັດທືນໂຄງການຕ່າງໆ ແລະ ອື່ນໆ.
Editor: ດາວໄຊ ສີວິໄລ