ງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 15 ປີ (9 ກັນຍາ 2002 ຫາ 9 ກັນຍາ 2017) ໄດ້ຈັດຂຶ້ນໃນວັນທີ 5 ກັນຍາ ທີ່ຜ່ານມານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມ ດ້ວຍການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນໍາ ແລະ ແຂກຖືກເຊີນ ຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ຊີ້ໃຫ້ເຫັນວ່າ: ການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວນັກຮົບປະຕິວັດ (ນັກຮົບເກົ່າໃນປັດຈຸບັນ) ໄດ້ຕິດພັນສະໜິດແໜ້ນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ ແລະ ປະຫວັດສາດແຫ່ງການຕໍ່ສູ້ອັນອົງອາດກ້າແກ່ນ ຍືດເຍື້ອຍາວນານ ແລະ ມີໄຊຂອງປະຊາຊົນລາວ ບັນດາເຜົ່າພາຍໃຕ້ການນໍາພາ ອັນປີຊາສາມາດ ສະຫຼາດສ່ອງ ໃສຂອງພັກປະຊາຊົນປະຕິວັດລາວ ອັນໄດ້ສ້າງວິລະກໍາທີ່ ລໍ້າເລີດຜົນງານອັນຍິ່ງໃຫຍ່ ແລະ ມູນເຊື້ອອັນສະຫງ່າລາສີສືບທອດກັນມາ ເປັນການສະທ້ອນໃຫ້ເຫັນເຖິງການທົດສອບ ຊຸບຫຼໍ່ຄົນລາວເຊື້ອຊາດລາວເຜົ່າຕ່າງໆໃຫ້ມີຄວາມອົງອາດກ້າແກ່ນ ອົດທົນດຸໝັ່ນປະດິດສ້າງ ກາຍເປັນນັກຮົບປະຕິວັດຜູ້ອາດຫານ ເປັນນັກຮົບແຂ່ງຂັນ ວິລະຊົນແຫ່ງຊາດຫລາຍໆທ່ານ ພາຍຫຼັງສະຖາປະນາ ສປປ ລາວໃນ ວັນທີ 2 ທັນວາ 1975 ເປັນຕົ້ນມາຖັນແຖວນັກຮົບປະຕິວັດຫຼາຍທ່ານໄດ້ກາຍເປັນການນໍາພັກ-ລັດ ພະນັກງານນໍາ ພາຄຸ້ມຄອງຫຼັກແຫຼງແຕ່ສູນກາງລົງຮອດທ້ອງຖິ່ນທົ່ວປະເທດ; ຖັນແຖວນັກຮົບເກົ່າຍາມໃດກໍມີຄວາມເດັດດ່ຽວໝັ້ນໜຽວ ຮັກສາ ແລະ ເສີມຂະຫຍາຍໄດ້ມູນ ເຊື້ອທາດແທ້ປະຕິວັດ ຈົ່ງຮັກພັກດີຕໍ່ພາລະກິດປະຕິວັດກຽມ ພ້ອມເສຍສະຫຼະເລືອດເນື້ອ ເຫື່ອແຮງສະຕິປັນຍາຂອງຕົນເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນ. ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວວ່າ: 15 ປີຜ່ານມາຖັນແຖວນັກຮົບເກົ່າແມ່ນຍັງຮັກສາ ແລະ ເສີມຂະຫຍາຍໄດ້ມູນເຊື້ອ ອັນດີງາມຂອງຕົນ ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ແລະ ມີການເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ, ພັກ-ລັດ ຕີລາຄາສູງຕໍ່ຜົນສໍາເລັດ ແລະ ການປະກອບ ສ່ວນອັນໃຫຍ່ຫຼວງດັ່ງກ່າວ, ໂອກາດນີ້ທ່ານຍັງໄດ້ຮຽກຮ້ອງມາຍັງສະຫະພັນນັກຮົບເກົ່າແຕ່ລະຂັ້ນ ແລະ ບັນດານັກຮົບເກົ່າທຸກທ່ານຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດອັນດີງາມຂອງຕົນ ເພີ່ມ ທະວີຄວາມສາມັກຄີພາຍໃນ ແລະ ກັບທຸກຊັ້ນຄົນໃນສັງຄົມ ໃຫ້ແໜ້ນ ປະກອບສ່ວນເຂົ້າໃນການສ້າງກ້ອນກໍາລັງມະ ຫາສາມັກຄີປອງດອງເປັນປຶກແຜ່ນ ຂອງປວງຊົນລາວຢູ່ອ້ອມຂ້າງ ພັກ-ລັດ ເສີມຂະຫຍາຍຄວາມສາມາດ ແລະ ເຊີດຊູບົດບາດຂອງນັກຮົບເກົ່າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມແນວທາງປ່ຽນ ແປງໃໝ່ຂອງພັກ. ປະກອບສ່ວນເຂົ້າໃນການປະຕິບັດພາລະບົດບາດໜ້າທີ່ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ແຂງແຮງກວ່າເກົ່າ ເພີ່ມທະວີການປະສານສົມທົບກັບ ບັນດາອົງການຈັດຕັ້ງພາຄີອົງການຈັດຕັ້ງຂອງລັດໃນການເສີມຂະຫຍາຍສິດປະຊາທິປະໄຕຢູ່ຮາກຖານ ເຂົ້າຮ່ວມປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ ສ້າງລັດ ໃຫ້ເປັນລັດແຫ່ງກົດໝາຍ ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ພ້ອມນີ້ຄະນະພັກອົງການປົກຄອງທຸກຂັ້ນ ແລະ ຊັ້ນຄົນທົ່ວສັງຄົມ ໂດຍສະເພາະຄົນຮຸ່ນໜຸ່ມຕ້ອງເພີ່ມທະວີ ຄວາມຮັບຜິດ ຊອບໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານໃນພາລະກິດປະຕິວັດຂອງພັກຂອງຊາດຕາມແນວທາງຂອງພັກວາງອອກສ້າງເງື່ອນໄຂສະດວກ ສະໜັບສະໜູນອົງການນັກຮົບເກົ່າໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນເຈັມເມັດເຕັມໜ່ວຍ ພ້ອມກັນສ້າງສັງຄົມລາວ ໃຫ້ມີຄວາມຜາສຸກ ສີວິໄລ ແລະ ຍຸຕິທຳ.
Editor: ດາວໄຊ ສີວິໄລ