ຜົນສຳເລັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2017 ໃນວັນທີ 8 ກັນຍາ 2017 ທີ່ຫໍປະຊຸມແຫ່ງຊາດ ວ່າ: ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ຕົກລົງ 6 ບັນຫາສຳຄັນຄື: ກ່ຽວກັບການສະຫຼຸບຕີລາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ-ແຜນເງິນຕາ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ການລາຍງານສະຫຼຸບຖອດຖອນບົດຮຽນ ແລະ ທິດທາງຜັນຂະຫຍາຍຜົນການຢ້ຽມຢາມຕ່າງປະເທດຂອງສູນກາງພັກ ແລະ ລັດຖະບານ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິຄຳສັ່ງ ແຈ້ງການ ແລະ ການຕົກລົງຂອງລັດຖະບານໃນໄລຍະຜ່ານມາ ຕີລາຄາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ການກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2018 ແລະ ກ່ຽວກັບການແກ້ໄຂສິ່ງກີດຂວາງ ແລະ ການຊົດເຊີຍຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ.
ໃນຕອນທ້າຍກອງປະຊຸມ ເພື່ອເປັນທິດທາງໃຫ້ແກ່ການປະຕິບັດໜ້າທີ່ຂອງລັດຖະບານ ກໍ່ຄືຂະແໜງການ ແລະ ທ້ອງຖິ່ນ ແຕ່ນີ້ເຖິງທ້າຍປີຫາ 2018 ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ໃຫ້ນຳເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບໃນກອງປະຊຸມ ລວມທັງບັນດາວຽກງານທີ່ເປັນຈຸດສຸມໃນປີ 2018 ໄປຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນ ການສືບຕໍ່ເອົາໃຈໃສ່ວຽກງານຮັກສາສະຖຽນລະພາບດ້ານການເມືອງ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ ເອົາໃຈໃສ່ແກ້ໄຂບັນຫາເສດຖະກິດ ເພື່ອໃຫ້ມີທິດຫັນປ່ຽນທິດໜັກແໜ້ນ ສູ້ຊົນໃຫ້ບັນລຸຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ທີ່ສະພາແຫ່ງຊາດຮັບຮອງ ສ້າງພື້ນຖານອັນແຂງແກ່ນໃຫ້ແກ່ການຈັດຕັ້ງປະຕິບັດແຜນປີ 2018 ແລະ ປີຕໍ່ໆໄປ ສືບຕໍ່ພັດທະນາທາງດ້ານສັງຄົມ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໂດຍເອົາໃຈໃສ່ການປັບປຸງຄຸນະພາບການສຶກສາ ແລະ ສາທາລະນະສຸກ ໃນເຂດຊົນນະບົດຫ່າງໄກຊອກຫຼີກ ສຸມທຶນຮອນເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງທີ່ມີແຜນລະອຽດ ແລະ ໄດ້ຮັບການປະເມີນແລ້ວ ຍູ້ແຮງພັດທະນາໃຫ້ໄປຕາມທິດທີ່ຍືນຍົງ ໂດຍເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ການເຄື່ອນຍ້າຍໄມ້ ຄຽງຄູ່ກັບການຫັນທຸລະກິດໄມ້ ໄປສູ່ການຜະລິດທີ່ເປັນລະບົບຄົບວົງຈອນ ພ້ອມກັນນີ້ ກໍ່ຕ້ອງມີແຜນຟື້ນຟູປ່າໄມ້ທີ່ຊຸດໂຊມ ຈາກການບຸກລຸກລັກລອບຕັດທີ່ຜິດກົດໝາຍ ແລະ ຈາກຜົນກະທົບຈາກໂຄງການພັດທະນາ ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ປັບປຸງກົນໄກການປະສານງານ ແລະ ປະສານສົບທົບລະຫວ່າງຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ ຮຽກຮ້ອງໃຫ້ສະມາຊິກລັດຖະບານ ເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງ ສືບຕໍ່ເອົາໃຈໃສ່ບຸກບືນໃນການຊີ້ນຳ ຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ນອກນັ້ນຍັງໄດ້ສະເໜີໃຫ້ອົງການຈັດຕັ້ງຂອງພັກ ອົງການກວດກາລັດຖະບານ ສະພາແຫ່ງຊາດ ສານປະຊາຊົນ ອົງການໄອຍະການ ສູນກາງແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ສືບຕໍ່ຕິດຕາມກວດກາ ແລະ ປະສານສົບທົບຢ່າງໃກ້ສິດກັບລັດຖະບານ ເພື່ອສ້າງເງື່ອນໄຂການຮ່ວມມື ແລະ ຊຸກຍູ້ໃຫ້ລັດຖະບານປະຕິບັດພາລະບົດບາດໜ້າທີ່ ແລະ ຂອບເຂດ ສິດທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍລັດຖະບານ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ