ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2017 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 7 ກັນຍາ 2017 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຮອງນາຍົກລັດຖະມົນຕີ, ບັນດາທ່ານສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງ, ບັນດາເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ຕຸລາການ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກ່ອນດຳເນີນກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງສະພາບການຢູ່ພາກພື້ນ ແລະ ສາກົນ ໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ ລວມທັງສະພາບການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ຂອງປະເທດເຮົາ ໃນໄລຍະ 9 ເດືອນຜ່ານມາ. ກອງປະຊຸມໃນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃສ່ເອະກສານສຳຄັນ ຄື:
1, ສະຫຼຸບຕີລາຄາຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ປຶກສາຫາລືກ່ຽວກັບທິດທາງຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ສຳລັບປີ 2018;
2, ຮັບຟັງການລາຍງານສະຫຼຸບຖອດຖອນບົດຮຽນ ແລະ ທິດຜັນຂະຫຍາຍຜົນການຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ ແລະ ລັດຖະບານ;
3, ສະຫຼຸບຕີລາຄາການຈັດປະຕິບັດມະຕິ, ຄຳສັ່ງ, ແຈ້ງການ ແລະ ການຕົກລົງຂອງລັດຖະບານໃນໄລຍະຜ່ານມາ;
4, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ທິດຊີ້ນຳເພີ່ມເຕີມຕ່າງໆ ຂອງລັດຖະບານກ່ຽວກັບບັນຫາດັ່ງກ່າວ;
5, ທິດທາງການສົ່ງເສີມການຜະລິດເປັນສິນຄ້າ ແລະ ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ;
6, ຮັບຟັງການລາຍງານກະກຽມຄວາມພ້ອມໃນການເປີດປີທ່ອງທ່ຽວລາວ ປີ 2018;
7, ຮັບຟັງການລາຍງານສະພາບການແກ້ໄຂບັນຫາສິ່ງກີດຂວາງ ແລະ ການຊົດເຊີຍຜູ້ໄດ້ຮັບຜົນກະທົບ ຈາກການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ. ນອກນັ້ນ, ຍັງມີບັນດາເອກະສານທີ່ໄດ້ແຈກຢາຍໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ເພື່ອຄົ້ນຄວ້າປະກອບຄຳເຫັນ ເປັນຕົ້ນ: ຮ່າງແມ່ບົດຈັດສັນທີ່ດິນແຫ່ງຊາດ; ຮ່າງດຳລັດວ່າດ້ວຍການປະກອບ, ຄຸ້ມຄອງ ແລະ ນຳໃຊ້ລົດລັດ; ທິດທາງໃນການແກ້ໄຂບັນຫາການຂົນສົ່ງທາງບົກ ແລະ ດ່ານສາກົນພາຍໃນປະເທດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ. ເພື່ອຮັບປະກັນໃຫ້ກອງປະຊຸມມີປະສິດທິຜົນ ແລະ ບັນລຸຄາດໝາຍ ທ່ານ ນາຍົກລັດຖະມົນຕີ ໃນນາມທະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການປະກອບຄຳເຫັນ ສະເໜີໃຫ້ເວົ້າຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ໂດຍລົງເລິກເຖິງຂໍ້ຄົງຄ້າງ ທີ່ຍັງປະຕິບັດບໍ່ໄດ້ດີ, ວິເຄາະວິໄຈ ເຖິງສາເຫດ ແລະ ສະເໜີທິດທາງ, ມາດຕະການແກ້ໄຂຕົວຈິງ ເພື່ອຮັບປະກັນ ການຄຸ້ມຄອງ ແລະ ບໍລິຫານປະເທດ ດຳເນີນໄປດ້ວຍປະສິດທິພາບ ແລະ ມີປະສິດທິຜົນສູງ.
Editor: ກຳປານາດ ລັດຖະເຮົ້າ