ກະຊວງປ້ອງກັນປະເທດຈັດ ພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຈາກພັນໂທຂຶ້ນພັນເອກ ໃນທ້າຍອາທິດຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງ, ກົມໃຫຍ່, ຫ້ອງວ່າການ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ໃນພິທີທ່ານ ພັນເອກ ວົງສອນ ອິນປານພິມ ກຳມະການຄະນະພັກຊວງປ້ອງກັນປະເທດ ຂຶ້ນ ຜ່ານດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນໂທຂຶ້ນຊັ້ນພັນເອກ ຈຳນວນ 15 ທ່ານຄື: 1.ທ່ານ ພັນໂທ ສີພອນ ແກ້ວສະໄໝ ຮອງຫົວ ໜ້າກົມໂຄສະນາອົບຮົມ ກມທ, 2.ທ່ານ ພັນໂທ ນາງ ຄຳພູ ສິດທິເສນ ຫົວໜ້າຫ້ອງການສະຫະພັນແມ່ ຍິງກອງທັບ, 3.ທ່ານ ພັນໂທ ບຸນທ່ຽງ ຈັນທຸມມາ ຫົວໜ້າການເມືອງ ໂຮງໝໍ 109, 4.ທ່ານ ພັນໂທ ສີທອງ ຖີ່ນສະຫວັນ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ, 5.ທ່ານ ພັນໂທ ສີສຸກ ສີຈັນທອນ ຫົວໜ້າການເມືອງໂຮງໝໍ 106, 6.ທ່ານ ພັນໂທ ບຸນສານ ຈັນທະສອນ ຮອງຫົວໜ້າການເມືອງ ວພກ, 7.ທ່ານ ພັນໂທ ບຸນກ້ຽງ ວົງສາລາດ ຮອງຫົວໜ້າການທະຫານ ວພກ, 8. ພັນໂທ ສອນແກ້ວ ຜາລິທອງ ຫົວໜ້າການເມືອງກອງພັນໃຫຍ່ 641, 9.ທ່ານ ພັນໂທ ບຸນຕາ ສິນນະວົງ ຫົວໜ້້າການທະຫານກອງ ພັນໃຫຍ່ 584, 10.ທ່ານ ພັນໂທ ສົງ ກາບຸນຄຸນ ຮອງຫົວໜ້າການ ທະຫານ ວປກ, 11.ທ່ານ ພັນໂທ ສົມ ສັກ ສີນຸວົງ ຮອງຫົວໜ້າຫ້ອງ ການບໍລິຫານ ຫ້ອງວ່າການກະຊວງ, 12.ທ່ານ ພັນໂທ ທອງສີ ຄຳມະນີວົງ ຫົວໜ້າພະແນກອົບຮົມ ການບິນ ກສນ, 13.ທ່ານ ພັນໂທ ບຸນກວ້າງ ໃຈມະວົງສາ ຮອງຫົວ ໜ້າພະແນກເສນາທິການກອງ ພັນໃຫຍ່ 703,14.ທ່ານ ພັນໂທ ບຸນຕຽງ ສຸລິເສດ ຫົວໜ້າກົມຮັກສາ ສຸຂະພາບສູນກາງ ຫ້ອງວ່າການ ກະຊວງ, 15.ທ່ານ ພັນໂທ ຂວັນມິ່ງ ບິດາສັກ ຫົວໜ້າຄະນະຄູບັນຊາ-ເສນາ ວປກ .
ໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານຂອງບັນດາທ່ານທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ຖືວ່າເປັນພະນັກງານ-ເປັນນາຍທະຫານຂັ້ນສູງຂອງພັກ-ລັດ ແລະ ຂອງກໍາລັງປ້ອງກັນຊາດທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອ ໃຈຈາກ ພັກ-ລັດ ແລະ ການຈັດ ຕັ້ງທຸກຂັ້ນ, ດັ່ງນັ້ນບັນດາທ່ານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ພັດທະນາຕົນເອງໃນທຸກດ້ານ, ຮັບປະກັນໃນການປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ມີປະສິດທິຜົນສູງກວ່າເກົ່າ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດໃນການນຳພາ-ບັນຊາ, ຮູ້ສັງ ເກດ ແລະ ກຳແໜ້ນບັນຫາສາກົນ ແລະ ພາກພື້ນ, ມີນໍ້າໃຈເສຍສະຫຼະສູງ, ເປັນແບບຢ່າງທີ່ດີໃຫ້ແກ່ນາຍ ແລະ ພົນ ທະຫານໃນ ທຸກດ້ານ, ນຳພາກົມກອງກ້າວ ຂຶ້ນເຮັດສຳເລັດໜ້າທີ່, ປະກອບສ່ວນໃນການປັບປຸງກໍ່ສ້າງກອງທັບປະຊາ ຊົນລາວ ເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ.
Editor: ດາວໄຊ ສີວິໄລ