ໃນວັນທີ 5 ກັນຍາ 2017 ຜ່ານມານີ້ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງ ໄດ້ມີພິທີເຊັນບົດບັນທຶກການພົວພັນຮ່ວມມື ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງ (ສປປ ລາວ) ແລະ ພະແນກຖະແຫຼງຂ່າວ ແລະ ການສື່ສານ ແຂວງບິ້ງດິ້ງ (ສສ ຫວຽດນາມ).
ຄະນະຜູ້ແທນຝ່າຍລາວ ລົງນາມໃນຄັ້ງນີ້ ໂດຍແມ່ນທ່ານ ບູ່ໄຊ ໄຊຍະເສນ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງ ສປປ ລາວ ແລະ ຝ່າຍຫວຽດນາມແມ່ນ ທ່ານ ເຈີ້ນ ກີມ ຄ່າ ກຳມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ການສື່ສານແຂວງບິ້ງດິ້ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ການເຊັນບົດບັນທຶກການການພົວພັນຮ່ວມມື ກ່ອນອື່ນແມ່ນໄດ້ພົບປະແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງເຊກອງ ສປປ ລາວ ແລະ ພະແນກຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ໂດຍອີງໃສ່ບົດບັນທຶກຄວາມຊົງຈໍາການພົວພັນຮ່ວມມື ລະຫວ່າງ ແຂວງ ເຊກອງ ແລະ ແຂວງບິ້ງດິ້ງ ສສ ຫວຽດນາມ ສະບັບ ລົງວັນທີ 12 ກໍລະກົດ 2016, ເຊິ່ງເນື້ອໃນການພົບປະແລກປ່ຽນການຮ່ວມມືໃນຄັ້ງນີ້ ທ່ານຫົວໜ້າພະແນກ 2 ແຂວງ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວ, ບັນດາບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສອງພະແນກໃນຊຸມປີຜ່ານມາ ແລະ ໄດ້ຢືນຢັນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານວຽກງານຖະແຫຼງຂ່າວ ແລະ ການສື່ສານ ລະຫວ່າງສອງແຂວງເວົ້າລວມ ເວົ້າສະເພາະ ກໍຄືສອງພະແນກ ໃຫ້ໄດ້ຮັບການພັດທະນາຢ່າງໜັກແໜ້ນ.
ໂດຍທັງສອງຝ່າຍຍິນດີ ແລະ ເປັນເອກະພາບກັນ ພົວພັນ, ແລກປ່ຽນຖອດຖອນບົດຮຽນເຊີ່ງກັນ ແລະ ກັນເປັນຕົ້ນແມ່ນດ້ານວຽກງານຂໍ້ມູນຂ່າວ-ສານ, ການຄຸ້ມຄອງຂອງລັດຕໍ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ວຽກງານການພິມຈໍາໜ່າຍ ແລະ ວຽກງານອື່ນໆ... ເຊິ່ງຈະໄດ້ຜັດປ່ຽນກັນເປັນເຈົ້າພາບສະຫຼຸບ-ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານການພົວພັນຮ່ວມມື ລະຫວ່າງ ສອງຝ່າຍ 2 ປີຕໍ່ຄັ້ງ.
Editor: ກຳປານາດ ລັດຖະເຮົ້າ