ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໃນລະຫວ່າງວັນທີ 31 ສິງຫາ – 1 ກັນຍາ 2017 ທີ່ບູຊານ, ສາທາລະນະລັດ ເກົາຫລີ.
ກອງປະຊຸມລັດຖະມົນຕີຕ່າງປະເທດເວທີການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2017 ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງທ່ານນາງ ຄັງ ຄຽງ ວາ, ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ ແລະ ທ່ານ ກາໂລສ ຣາອູນໂມຣາເລສ, ລັດຖະມົນ ຕີຕ່າງປະເທດ ກົວເຕມາລາ ແລະ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກ ຟີແລັກ ທັງໝົດ 36 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຮ່ວມມື ລະຫວ່າງ 2 ທະວີບ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າທ່າມກາງຄວາມທ້າທາຍຕ່າງໆໃນໂລກ ທີ່ມີການປ່ຽນແປງຢ່າງໄວວາ. ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການບູຊານ, ຊຶ່ງໃນນັ້ນກວມເອົາແຜນການປະຕິບັດງານ FEALAC ໃນໄລຍະ 5 ປີຕໍ່ໜ້າ (ແຕ່ປີ 2017-2021 ) ແລະ ການສ້າງຕັ້ງກອງທຶນ FEALAC. ໃນໂອກາດດຽວກັນນີ້, ໄດ້ມີການມອບ-ຮັບໜ້າທີ່ປະເທດຜູ້ປະສານງານຝ່າຍ ອາຊີຕາເວັນອອກ ລະຫວ່າງ ສ.ເກົາຫຼີ ປະເທດຜູ້ປະສານງານເກົ່າ ແລະ ສປປ ລາວ ເປັນປະເທດຜູ້ປະສານງານໃໝ່ ສຳລັບສົກປີ 2017-2019 ຊຶ່ງໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ FEALAC ຢູ່ນະຄອນຫຼວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີ ຟີແລັກ ຄັ້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນ ອາເມລິກາ-ລາຕິ.
Editor: ກຳປານາດ ລັດຖະເຮົ້າ