ກົມສິລະປະການສະແດງ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການແຂ່ງຂັນເສັງເພງ 2 ວັນປະຫວັດສາດ ລາວ-ຫວຽດນາມ ຂຶ້ນທີ່ສະໂມສອນ ໂຮງຮຽນສິລະປະດົນຕຣີ ແຫ່ງຊາດ, ນະຄອນຫລວງວຽງຈັນ ເພື່ອເປັນການສະເຫລີມສະຫລອງປີແຫ່ງມິດຕະພາບ ລາວ-ຫວຽດນາມ ໃນພິທີ ໃຫ້ກຽດເຂົ້າຮ່ວມ ຮັບຊົມການແຂ່ງຂັນເພງ ໃນຄັ້ງນີ້ ໂດຍແມ່ນ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມນີ້ ຍັງມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ບັນດາຫົວຫນ້າກົມ-ຮອງກົມ, ຄະນະອຳນວຍການໂຮງຮຽນ ສີລະປະດົນຕຣີ ແຫ່ງຊາດ, ຕະນະກຳມະການ, ຄູອາຈານ, ນັກສີລະປິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ການແຂ່ງຂັນ ສຽງເພງ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄັ້ງນີ້ ມີບົດເພງເຂົ້າແຂ່ງຂັນ ທັງໝົດ 17 ລາຍການເພງ, ທີ່ໄດ້ຮັບປະພັນ ດ້ວຍເນື້ອຫາ ທາງດ້ານປະຫວັດສາດ ລາວ-ຫວຽດນາມ, ຄວາມຮັກແພງກົມກຽວ, ຄວາມສາມັກຄີ, ການຕໍ່ສູ້ອັນເດັດດ່ຽວກ້າຫານ ຂອງຜູ້ນຳ. ສາຍສຳພັນລາວ-ຫວຽດນາມ ແມ່ນມູນມໍລະດົກທີ່ເປັນມູນເຊື້ອອັນດີງາມ ມາແຕ່ຍາວນານ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ໄດ້ຮັກແພງກັນຢ່າງສະນິດແຫນ້ນ ແລະ ໃຫ້ການຊ່ວຍເຫລືອກັນແລະ ກັນ ມາຕະຫລອດ.
ສຳລັບລາຍການສຽງເພງ ທີ່ເຂົ້າແຂ່ງຂັນ 17 ລາຍການສຽງເພງ ປະກອບມີ:
- ເພງ: ມິດຕະພາບລາວ-ຫວຽດນາມ ຫມັ່ນຍືນ
- ເພງ: ຊົມເຊີຍຜູ້ນຳເກັ່ງກ້າ
- ເພງ: ບໍ່ລືມສະຫາຍ
- ເພງ: ບ່າວລາວ-ສາວຫວຽດ
- ເພງ: ສືບຕໍ່ເພີ່ມພູນ ມິດຕະພາບລາວ-ຫວຽດນາມ
- ເພງ: ມິດຕະພາບລາວ-ຫວຽດນາມ
- ເພງ: ສັນຍານິລັນດອນ
- ເພງ: ເພື່ອນຮ່ວມອຸດົມການ
- ເພງ: ລາວ-ຫວຽດນາມ ສາມັກຄີ
- ເພງ: ຄວາມສາມັກຄີ ລາວ-ຫວຽດເບັ່ງບານ
- ເພງ: ຫລວງພະບາງ-ເຊີນລາ
- ເພງ: ໂຮຈີມິນ ແວ່ນແຍງ ທີ່ໃສແຈ້ງ
- ເພງ: ມິດຕະພາບ ນິລັນດອນ
- ເພງ: ຕຳນານ ສາຍພົວພັນ ລາວ-ຫວຽດນາມ
- ເພງ: ລາວ-ຫວາດນາມ ຮ່ວມກັນກ້າວໄປ
- ເພງ: ສາຍສຳພັນລາວ-ຫວຽດນາມ ຫມັ້ນຄົງ
- ເພງ: ສອງແຜ່ນດິນ ລາວ-ຫວຽດ ສາມັກຄີ
- ນອກຈາກນີ້ ພາຍໃນງານ ຍັງມີລາຍການເພງອື່ນໆ ທີ່ນຳມາສະແດງຂັ້ນ ເກືອບ 10 ເພງເພື່ອເພີ່ມບັນຍາກາດ ແລະ ຄວາມເບີກບານມ່ວນຊື່ນ ແກ່ແຂກທີ່ເຂົ້າຮ່ວມຊົມພາຍໃນງານ.
Editor: ກຳປານາດ ລັດຖະເຮົ້າ