ບັ້ນດຳເນີນຊິວິດການເມືອງກວດກາໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ຮາກຖານພັກຫ້ອງວ່າການປົກຄອງແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນວັນທີ 28 ສິງຫາ 2017 ຜ່ານມາທີ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ເຂົ້າຮ່ວມຮັບຟັງມີທ່ານ ປະລິນຍາເອກ ດວງຕາ ມໍລະຄາສຸກ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການ ປົກຄອງແຂວງ ບໍລິຄຳໄຊ, ເລຂາໜ່ວຍພັກ, ມີສະມາຊິກພັກ, ພະນັກງານ,ຄະນະຮັບຜິດຊອບຊຸກຍູ້ບັ້ນດຳເນີນຊີວິດການເມືອງຂັ້ນແຂວງເຂົ້າຮ່ວມ.
ທ່ານໄດ້ຍົກໃຫ້ເຫັນຄວາມຈຳເປັນພາວະວິໃສ ໃນການນຳພາຂອງຄະນະພັກຮາກຖານ,ເລຂາໜ່ວຍພັກ ສະມາຊິກພັກ ຕ້ອງໄດ້ເອົາໃຈໃສ່ ປັບປຸງປຽ່ນແປງຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ. ຈຸດປະສົງ ກໍ່ເພື່ອຍົກສູງ ຄຸນສົມບັດສິນທຳປະຕິວັດຂອງພະນັກງານທຸກຂັ້ນ ແລະ ຍັງເປັນການຕີລາຄືນໃນການຊີ້ນຳ-ນຳພາຂອງຄະນະຮາກຖານພັກ,ເລຂາໜ່ວຍພັກ,ສະມາຊິກພັກ-ພະນັກງານໃນໄລຍະຜ່ານມາ.ແລະ ຈະໄດ້ທາບທາມລົງຄະແນນສຽງຄວາມໄວ້ວາງໃຈໃນການນຳພາຂອງຮາກຖານພັກ,ຄະນະເລຂາໜ່ວຍພັກ,ສະມາຊິກພັກ,ແບ່ງໜ່ວຍເພື່ອສຳຫຼວດ,ກວດກາຕີລາຄາເຊີ່ງກັນ ແລະ ກັນ,ພ້ອມກັນປັບປຸງແກ້ໄຂຈຸດອ່ນຂໍ້ຄົງຄ້າງເຮັດໃຫ້ວຽກງານມີບາດກ້າວທີ່ດີຂື້ນ ສຳລັບເອກະສານທີ່ນຳມາເຜີຍແຜ່ ມີເອກະສານຄຸນສົມບັດສິນທຳປະຕິວັດຂອງພະນັກງານ,ສະມາຊິກພັກໃນພາລະກິດປຽ່ນແປງໃໝ່, ຂໍ້ກຳນົດເລກທີ 02/ກມສພ ວ່າດ້ວຍລະບອບການກວດກາຕີລາຄາແບ່ງປະເພດຄຸນະະພາບການຈັດຕັ້ງຮາກຖານພັກ, ສະມາຊິກພັກ ແລະ ເອກະສານ ຂໍ້ກໍານົດ ເລກທີ 01/ກມສພ ວ່າດ້ວຍ ການຕີລາຄາແບ່ງປະເພດພະນັກງານ. ບັ້ນດໍາເນີນຊີວິດການເມືອງ ກວດກາໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຂອງຮາກຖານພັກຫ້ອງວ່າການປົກຄອງແຂວງ ປະຈຳປີ 2017 ຈະໄດ້ດໍາເນີນເປັນເວລາ 03 ວັນ ຈິງຈະສຳເລັດ
ທີມຂ່າວ ຈາກແຂວງບໍລິຄຳໄຊ
Editor: ກຳປານາດ ລັດຖະເຮົ້າ